ຍານສຳຫຼວດອິນເດຍຕຳດວງຈັນໃກ້ເປົ້າໝາຍ 500 ແມັດ ແຕ່ຍັງເກັບຂໍ້ມູນໄດ້

  ເມື່ອວັນທີ 7 ກັນຍາ ຜ່ານມາມີການຖ່າຍທອດສົດ Vikram ຍານສຳຫຼວດດວງຈັນຂອງອິນເດຍກຳລັງຈະລົງຈອດບົນພື້ນຜີວດວງຈັນແຕ່ໃນລະຫວ່າງນັ້ນອົງການວິໄຈອາວະກາດຂອງອິນເດຍ (ISRO) ບໍ່ສາມາດຕິດຕໍ່ກັບຍານໄດ້ຊຶ່ງຢູ່ໃນໄລຍະຫ່າງຈາກພື້ນຜີວຂອງດວງຈັນປະມານ 300 ແມັດ ຫຼາຍຄົນກໍເດົາກັນວ່າຄົງຈະ ພຸ່ງຕຳພື້ນຜີວດວງຈັນຫຼັງຈາກນັ້ນວັນທີ 10 ກັນຍາ ມີຂ່າວວ່າພົບຍານຢູ່ບົນດວງຈັນແຕ່ບໍ່ມີສັນຍານຕອບສະໜອງໃດໆ.

 ຫຼ້າສຸດຝ່າຍນິຕິບັນຍັດຂອງອິນເດຍໄດ້ເຜີຍແຜ່ເອກະສານຈາກລັດຖະບານຝ່າຍອາວະກາດຊຶ່ງໃນເນື້ອຫາ ISRO ເປີດເຜີຍວ່າຂະນະທີ່ຍານ Vikram ກຳລັງ Soft Landing ລົງຈອດບົນພື້ນຜີວດວງຈັນລະບົບຫ້າມລໍ້ກັບເຮັດວຽກຜິດປົກກະຕິຈຶ່ງໄດ້ພຸ່ງຕຳກັບພື້ນຜີວດວງຈັນພາຍໃນໄລຍະ 500 ແມັດ ທີ່ເປັນເປົ້າໝາຍຂອງການລົງຈອດໂດຍທີ່ເຄື່ອງມືທາງວິທະຍາສາດທັງແປດຍັງເຮັດວຽກ ແລະເກັບຂໍ້ມູນການສຳຫຼວດທາງວິທະຍາສາດໄດ້.

  ເຖິງວ່າອິນເດຍຈະເປີດເຜີຍວ່າຕອນນີ້ເຄື່ອງມືໃນຍານສາມາດໃຊ້ງານໄດ້ແຕ່ກໍໜ້າເສຍດາຍທີ່ຈະບໍ່ໄດ້ລົງບັນທຶກໃນໜ້າປະຫວັດສາດວ່າອິນເດຍເປັນປະເທດທີ 4 ທີ່ສາ ມາດສົ່ງຍານໄປລົງຈອດສຳຫຼວດບົນດວງຈັນເພາະພາລະກິດການລົງຈອດເຮັດໄດ້ບໍສົມບູນຢ່າງໃດກໍຕາມຊາວໂລກຍັງຄົງໃຫ້ກຳລັງໃຈ ISRO ທີ່ຈະສຶກສາບັນຫາ ແລະແກ້ຕົວໃນຄັ້ງຕໍ່ໄປໃຫ້ໂລກໄດ້ເຫັນຍານສຳຫຼວດຂອງອິນເດຍລົງຈອດບົນດວງຈັນໄດ້ຢ່າງສວຍງາມແບບ Soft Landing.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ