ວາງສີລະລຶກປະຕິສັງຂອນວັດຊີງຊາງ ເມືອງຜົ້ງສາລີ

  ພິທີວາງສີລະລຶກປະຕິສັງຂອນວັດຊີງຊາງ (ວັດຫໍ້)ບ້ານວັດແກ້ວ ເມືອງຜົ້ງສາລີ ໄດ້ຈັດຂຶ້ນຢ່າງເປັນທາງການທີ່ວັດດັງກ່າວໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນ ນະສານ ຮັກສາການເຈົ້າແຂວງຜົ້ງສາລີ, ທ່ານ ທອງສຸກເປົາສຸລີ ເຈົ້າເມືອງຜົ້ງສາລີ, ທ່ານ ອາຈົງ ລາວເມົາ ຫົວໜ້າຄະນະເຈົ້າສັດທາປະຕິສັງຂອນວັດຊີງຊາງ, ມີຄະ ນະນຳຂອງແຂວງ, ຂອງເມືອງ ແລະພີ່ນ້ອງຊົນເຜົ່າຫໍ້ເຂົ້າຮ່ວມ.

   ທ່ານ ອາຈົງ ລາວເມົາ ຫົວໜ້າຄະນະເຈົ້າສັດທາປະຕິສັງຂອນວັດຊີງຊາງກ່າວວ່າ: ວັດຊີງຊາງເປັນວັດຂອງຊົນເຜົ່າຫໍ້ ຊຶ່ງຖືກສ້າງຕັ້ງມາແຕ່ປີ 1943 ມາຮອດປະ ຈຸບັນລວມອາຍຸໄດ້ 76 ປີແລ້ວ ແລະເພື່ອໃຫ້ວັດດັ່ງກ່າວມີຄວາມມັ່ງຄັ່ງ,ສວຍງາມຍິ່ງຂຶ້ນດັ່ງນັ້ນຄະນະເຈົ້າສັດທາປະຕິສັງຂອນຈຶ່ງໄດ້ສົມທົບກັບອົງການນຳພັກລັດພໍ່ແມ່ພີ່ນ້ອງ, ລູກຫຼານ ຈຶ່ງໄດ້ປະຕິ ສັງຂອນຈາກຊື່ວັດຫໍ້ ໃນເມື່ອກອ່ນ ມາເປັນຊື່ວ່າວັດຊີງຊາງ ຊຶ່ງການປະຕິສັງຂອນຄັ້ງນີ້ແມ່ນໄດ້ລົງມື້ແຕ່ວັນທີ 7 ເດືອນທັນວາ 2019 ແລະ ຈະໃຫ້ສຳເລັດໃນປີ 2020 ໂດຍການປັບໜ້າດິນ, ກໍ່ກັນເຈື່ອນ, ສ້າງອາຄານວັດເປັນສະຖານທີ່ບູຊາຂະໜາດ 9,8 ແມັດ x 22,9 ແມັດ ພ້ອມຫ້ອງນໍ້າ ແລະອື່ນໆ ຊຶ່ງ ແມ່ນທຶນປະກອບສ່ວນຂອງເຈົ້າສັດທາ 12 ຄອບຄົວ ຄືຄອບຄົວ ທ່ານ ອາຈົງ ລາວເມົາ,ຄອບຄົວທ່ານ ອັງຟູ ອາລີ, ຄອບຄົວທ່ານ ຟູເມຍເນີງ, ຄອບຄົວທ່ານ ຕົງເອີລາວເຊີນ, ຄອບຄົວທ່ານ ຟູມິງຮົວ,ຄອບຄົວທ່ານ ຄຳປີງ ລາວຖັງ, ຄອບຄົວທ່ານ ຖັງຢົງຈື, ຄອບຄົວ ທ່ານ ສົມພົງ ອາເຮີ, ຄອຍຄົວທ່ານ ລີຈິງເວີງ, ຄອບຄົວທ່ານ ລີຊາງ ເຊັງ, ຄອບຄົວທ່ານ ຊິວ ໄຕ້ຊາວ, ຄອບຄົວທ່ານ ຈ່າງຊຶ ຊຸ່ນ ແລະອົງການຈັດຕັ້ງພັກ-ລັດ, ປະຊາຊົນຊຶ່ງມູນຄ່າການກໍ່ສ້າງ ແລະປະຕິສັງຂອນທັງໝົດ 2 ຕື້ກວ່າກີບ. ໃນພິທີທ່ານ ຈາງຊືຊູນ ຕາງໜ້າຄະນະເຈົ້າສັດທາ ແລະຜູ້ຮັບເໝົາກໍ່ສ້າງໄດ້ເຊັນສັນຍາໂຄງການກໍ່ສ້າງຮ່ວມກັນ.

ສະໜັບສະໜຸນໂດຍ: HONDA

   ທ່ານ ຄຳຜອຍ ວັນນະສານ ຮັກສາການເຈົ້າແຂວງຜົ້ງສາລີ ໄດ້ມີຄຳເຫັນກ່າວເປີດການກໍ່ສ້າງປະຕິສັງຂອນວັດຊີງຊາງຢ່າງເປັນທາງການຊຶ່ງທ່ານສະແດງຄວາມຍ້ອງ ຍໍຊົມເຊີຍມາຍັງຄະນະເຈົ້າສັດທາ ແລະພີ່ນ້ອງເຜົ່າຫໍ້ ທີ່ໄດ້ສາມັກຄີກັນປະກອບສວ່ນທຶນຮອນ ແລະແຮງງານໃນການປະຕິສັງຂອນວັດຂອງເຜົ່າຕົນໃນຄັ້ງນີ້ຊຶ່ງມັນເປັນການປະກອບສ່ວນອັນສຳຄັນໃນການປົກປັກຮັກສາສືບທອດອະລິຍະທຳຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດ ແລະ ເປັນກຳລັງແຮງອັນສຳຄັນໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລຂຶ້ນເປັນກ້າວໆ.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ