ກາເຟລາວເຈາະຕະຫຼາດໄດ້ຫຼາຍປະເທດຂະນະທີ່ນາຍົກເນັ້ນສະຫະກອນຜູ້ປະລິດ

      ນາຍົກເນັ້ນຄະນະບໍລິຫານ ແລະສະມາຊິກສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນທີ່ເມືອງບາຈຽງ, ແຂວງຈຳປາສັກ ໃຫ້ເອົາໃຈໃສ່ປະຕິບັດກົດລະ ບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະມາດຖານຂອງການຜະລິດໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວ ຊານ, ຫ້າມນຳໃຊ້ສານເຄມີເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍບັນດາປັດໄຈທີ່ພາໃຫ້ມີຜົນສຳເລັດໃນໄລຍະຜ່ານມາໃຫ້ກວ້າງຂວາງ, ທັງນີ້ກໍ່ເພື່ອເຮັດໃຫ້ກາເຟມີຄຸນນະພາບ, ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ, ການຜະລິດກໍ່ມີຄວາມໝັ້ນຄົງ, ສະມາຊິກມີລາຍຮັບ, ສາມາດປະກອບສ່ວນໃນການປັບ ປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນໃຫ້ຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

     ແລງວັນທີ 28 ມັງກອນຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະການ ນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ, ໂດຍມີສະຫະກອນຜູ້ຜະລິດກາເຟໃຫ້ການຕ້ອນຮັບຢ່າງອົບອຸ່ນ.

  ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບທາງດ້ານການຈັດຕັ້ງ ແລະການເຄື່ອນໄຫວຂອງສະຫະ ກອນດັ່ງກ່າວ, ຊຶ່ງເຫັນວ່າສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ ຫຼື ເອີ້ນວ່າເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007, ເປັນອົງກອນທີ່ຮວບຮວມເອົາຊາວສວນຜູ້ປູກກາເຟທັງໝົດຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງມີເນື້ອທີ່ປູກກາເຟຈຳນວນ 3 ເຮັກຕາ, ປະຈຸບັນມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະຈຳປາສັກ, ມີໂຮງງານ ແລະຫ້ອງທົດລອງ 1 ແຫ່ງເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະລະດັບຄຸນນະພາບຂອງເມັດກາເຟ, ຊຶ່ງປະສິດທິພາບຂອງໂຮງງານແມ່ນສາມາດຜະລິດໄດ້ 20 ໂຕນຕໍ່ມື້.

  ສິ່ງທີ່ເປັນຈຸດເດັ່ນຂອງສະຫະກອນແມ່ນມີຄວາມຮັບປະກັນຄຸນນະພາບກາເຟດ້ວຍເຂົາເຈົ້າເອງໂດຍມີການຄວບຄຸມຄຸນນະພາບໃນຂະບວນການຜະລິດທຸກຂັ້ນຕອນນັບແຕ່ການປູກຈົນເຖິງເວລາທີ່ສາມາດດື່ມໄດ້, ຊຶ່ງບໍ່ມີສະຫະກອນໃດໃນລາວທີ່ຮັບປະກັນໄດ້ຄືແນວນັ້ນ, ໃນນັ້ນໄດ້ຮັບການຢັ້ງຢືນການຄ້າທີ່ເປັນ ທຳໃນປີ 2009 ພ້ອມທັງໄດ້ຮັບການຢັ້ງຢືນກະສິກຳອິນຊີດ້ວຍມາດຖານຂອງອີຢູ, ອາຊີ ແລະອາເມີຣິກາເໜືອ, ໝາຍວ່າບໍ່ມີການນຳໃຊ້ຝຸ່ນເຄມີ ແລະ ຢາປາບສັດຕູພືດ, ສິ່ງສໍາຄັນຍັງເປັນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມເນື້ອທີ່ສີຂຽວ ແລະສ້າງແຫຼ່ງທີ່ຢູ່ອາໄສຂອງສັດສາວາສິ່ງໄປຄຽງຄູ່ກັບການສ້າງເສດ ຖະກິດຂອງຄອບຄົວປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ກາເຟມີລາຄາສູງກວ່າລາຄາກາເຟທົ່ວໄປ.

  ພາຍໃນສະຫະກອນຍັງມີການບໍລິຫານແບບປະຊາທິປະໄຕ, ສະມາຊິກທຸກຄອບຄົວມີສິດເທົ່າທຽມກັນ, ມີຄວາມໂປ່ງໃສ ແລະ ຍຸຕິທຳ, ໃນນັ້ນມີຄະນະບໍລິ ຫານສະຫະກອນທີ່ເປັນຕົວແທນຂອງຊາວສວນຈຳນວນ 8 ທ່ານ, ໂດຍປະກອບດ້ວຍຄະນະກໍາມະການບໍລິຫານຈໍານວນ 5 ທ່ານ ແລະຄະນະກວດກາຈໍານວນ 3 ທ່ານ; ມີພະນັກງານຈຳນວນ 35 ທ່ານ ທີ່ເຮັດໜ້າທີ່ຊຸກຍູ້ສົ່ງເສີມວຽກງານການຜະລິດກາເຟໃຫ້ແກ່ສະມາຊິກສະຫະກອນເພື່ອບັນລຸເປົ້າໝາຍການ ຜະລິດ, ການແປຮູບ, ການເກັບຮັກສາ, ການຕະຫຼາດ ແລະບັນຊີ-ການເງິນ.

  ນັບແຕ່ປີ 2007 ເປັນຕົ້ນມາແມ່ນສາມາດຜະລິດກາເຟຂາຍຢູ່ພາຍໃນປະເທດໄດ້ຈຳນວນ 57 ພັນກວ່າໂຕນ (ໝາກແດງ), ສະເພາະ ປີ 2017-2018 ແມ່ນຜະລິດໄດ້ 8,3 ພັນໂຕນ ຫຼື 436 ຕູ້ຄອນເທນເນີ, ໃນນັ້ນມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະເປັນທີ່ນິຍົມມີເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາໜ່າຍແມ່ນສົ່ງອອກໄປຈີນ, ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ນິວຊີແລນ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະອື່ນໆ.

  ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີກໍ່ໄດ້ໃຫ້ກຽດໂອ້ລົມກັບຄະນະບໍລິຫານ ແລະສະມາຊິກສະຫະກອນ, ໂດຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ, ຄວາມສາມັກຄີ ແລະແບບຢ່າງອັນດີຂອງສະຫະກອນດັ່ງກ່າວ. ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະມາດຖານຂອງການຜະລິດໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະຄຳແນະນຳຂອງຊ່ຽວຊານ, ຫ້າມນຳໃຊ້ສານເຄມີເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍບັນດາປັດໄຈທີ່ພາໃຫ້ມີຜົນສຳເລັດໃນໄລຍະຜ່ານມາໃຫ້ກວ້າງຂວາງ, ທັງນີ້ກໍ່ເພື່ອເຮັດໃຫ້ກາເຟມີຄຸນນະພາບ, ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ, ການຜະລິດກໍ່ມີຄວາມໝັ້ນຍົງ, ສະມາຊິກມີລາຍຮັບ, ສາມາດປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນໃຫ້ຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດກໍ່ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະໂຍບາຍທີ່ເໝາະສົມຕໍ່ສະຫະກອນເພື່ອໃຫ້ເຂົາເຈົ້າສາມາດຜະລິດ ແລະເຄື່ອນໄຫວວຽກງານຢ່າງມີປະສິດທິຜົນສູງ.