ເມືອງບົວລະພາເຜີຍແຜ່ຫຼາຍກົດໝາຍສຳຄັນ

    ກອງປະຊຸມໂຄສະນາເຜີຍແຜ່ກົດໝາຍຂອງເມືອງບົວລະພາໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2019 ທີ່ສະໂມສອນຂອງເມືອງພາຍໃຕ້ການເປັນປະ ທານຂອງ ທ່ານ ພັທ ບຸນກວ້າງ ແກ້ວບຸນຍົງ ຄະນະປະຈຳພັກເມືອງ ຫົວໜ້າການທະຫານກອງບັນຊາການທະຫານເມືອງບົວລະພາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳເພົ່າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານນາຍ ແລະ ພົນທະຫານນາຍ ແລະ ພົນຕຳຫຼວດພະນັກງານວິຊາການຕະຫຼອດຮອງອົງການຈັດຕັ້ງບ້ານນາຍບ້ານຮອງນາຍບ້ານອ້ອມຂ້າງເທສະບານເມືອງເຂົ້າຮ່ວມ 176 ທ່ານ, ຍິງ 32 ທ່ານ.

ໃນກອງປະຊຸມໂຄສະນາເຜີຍແຜ່ກົດໝາຍຄັ້ງນີ້ປະກອບມີກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍມູນມໍລະດົກ, ກົດໝາຍວ່າດ້ວຍຍາເສບຕິດ, ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍການປະຕິບັດຄຳຕັດສີນຂອງສານ, ກົດໝາຍວ່າກຳມະສິດ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະນອກສັນຍາ, ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ໃນນັ້ນຍັງໄດ້ຍົກໃຫ້ເຫັນບາງຈຸດທີ່ສຳຄັນເປັນຕົ້ນແມ່ນການນຳກົດໝາຍເຂົ້າໃນຊີ ວິດປະຈຳວັນເພື່ອໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ເຂົ້າໃຈແລະນຳໄປໂຄສະນາເຜີຍແຜ່ໃນແຕ່ລະຮາກຖານບ້ານຢ່າງທົ່ວເຖິງເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮູ້ໄດ້ໃນການປະຕິບັດລະບຽບກົດໝາຍ ແລະ ລັດຖະທຳມະນູນ ສປປ ລາວ.

ຕອນທ້າຍກອງປະຊຸມຫົວໜ້າການທະຫານກອງບັນຊາການທະຫານເມືອງບົວລະພາ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະແນກຍຸຕິແຂວງ ແລະ ນັກສຳມະນາກອນ ແລະ ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ແລກປຽ່ນບົດຮຽນໃນການຄົ້ນຄວ້າເຈາະຈີ້ມຫາບັນຫາທີ່ເຄີຍພົບເຫັນໃນຊີວິດປະຈຳວັນໃນການປະຕິບັດໜ້າທີ່ກົດໝາຍ, ຈາກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງໄດ້ຍົກສູງຄວາມຮັບຊອບນໍາໄປຈັດຕັ້ງຜັນຂະຫຍາຍລົງສູ່ຄອບຄົວ, ບ້ານ ແລະຮາກຖານແຕ່ລະເຂດພາຍໃນເມືອງບົວລະພາ, ໃຫ້ເກີດດອກອອກຜົນຖືເອົາກົດໝາຍເປັນຫຼັກໃນການດຳລົງຊີວິດໃນສັງຄົມຂອງພໍ່ແມ່ປະຊາຊົນທຸກຊັ້ນຄົນ ພາຍໃນບ້ານກໍ່ເມືອງບົວລະພາໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ດໍາລົງຊີວິດໃນສັງຄົມຢ່າງປອດໄສ.

-----------------

ຂ່າວ: ບຸນປະພາດ