ຄະນະວິຊາການອາວຸໂສດ້ານຊັບພະຍາກອນນໍ້າເປີດເຜີຍຕົ້ນເຫດໄພແລ້ງຮຸນແຮງປີ 2019

  ອີງຕາມສະພາວະໂລກຮ້ອນທີ່ເກີດຂຶ້ນໃນປະຈຸບັນຊຶ່ງມີທ່າອ່ຽງອຸນນະພູມເພີ່ມຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດຕ່າງໆຢູ່ໃນໂລກເຮັດໃຫ້ຄວາມສົມດຸນຂອງສະພາບອາກາດມີການປ່ຽນແປງຄື: ລະດູໜາວບໍ່ໜາວຫຼາຍກົງກັນຂ້າມລະດູຮ້ອນຍິ່ງຮ້ອນ ແລະ ແຫ້ງແລ້ງເວົ້າສະເພາະແມ່ນຢູ່ບັນດະເທດທີ່ນອນຢູ່ໃນອ່າງແມ່ນໍ້າຂອງໄດ້ປະສົບກັບໄພແຫ້ງແລ້ງຢ່າງຮຸນແຮງ ແລະ ຕໍ່ເນື່ອງຍ້ອນໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຊຶ່ງສະແດງອອກຄື: ໃນໄລຍະລະດູຝົນປະລິ ມານຝົນຕົກໜ້ອຍຜິດປົກກະຕິເມື່ອທຽບໃສ່ຫຼາຍປີຜ່ານມາເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດໄພແຫ້ງແລ້ງໃນເຂດອ່າງຮັບນໍ້າແມ່ນໍ້າຂອງໂດຍສະເພາະໃນປີ 2019 ເກີດມີປາກົດການນໍ້າຖ້ວມຢູ່ພາກໃຕ້ ແລະເກີດມີໄພແຫ້ງແລ້ງຢູ່ພາກເໜືອ ແລະພາກກາງ.

  ຕາມຂໍ້ມູນການສັງລວມຂອງໂດຍຄະນະວິຊາການອາວຸໂສດ້ານຊັບພະຍາກອນນໍ້າເປີດເຜີຍໃຫ້ຮູ້ວ່າ: ເພື່ອຮັບມືຕໍ່ກັບໄພແຫ້ງແລ້ງບັນດາປະເທດລຸ່ມແມ່ນໍ້າຂອງເວົ້າສະ ເພາະຢູ່ປະເທດລາວເຮົາຄວນຈະສຶກສາ ແລະ ຮຽນຮູ້ບົດຮຽນຈາກບັນດາປະເທດອື່ນທີ່ມີບົດຮຽນກ່ຽວກັບການປ້ອງກັນໄພແຫ້ງແລ້ງເປັນຕົ້ນ ສປ ຈີນ, ສາຫະລັດອາເມ ລິກາ, ນໍເວ, ສະວິດເຊີແລນພ້ອມດຽວກັນນີ້, ພວກເຮົາຕ້ອງໄດ້ສ້າງຍຸດທະສາດ ແລະແຜນດໍາເນີນງານໄລຍະກາງ ແລະໄລຍະຍາວເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວ ໂດຍໄວໂດຍສຸມໃສ່ການສ້າງແຜນຄຸ້ມຄອງບັນດາອ່າງ,ການບໍລິຫານຈັດສັນນໍ້າຢູ່ບັນດາເຂື່ອນໄຟຟ້າ ແລະເພີ່ມທະວີການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະສາກົນ ດ້ານການຄຸ້ມຄອງຊັບ ພະຍາກອນນໍ້າ ແນໃສ່ເພີ່ມທະວີການສ້າງ ເຄືອຂ່າຍພື້ນຖານໂຄງລ່າງດ້ານຊັບພະຍາກອນນໍ້າໃນການກຽມພ້ອມຮັບມືກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

ຜ່ານການທົບທວນຄືນກ່ຽວກັບສະຖິຕິໄພແຫ້ງແລ້ງໃນຊຸມປີຜ່ານມາສະຫຼຸບໄດ້ວ່າ: ໄລຍະ 6 ເດືອນຕົ້ນປີ 2019 ປະລິມານນໍ້າຝົນທີ່ຕົກໃນອ່າງຮັບນໍ້າອູໄດ້ຫຼຸດລົງເຖິງ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018 ແລະຫຼຸດ ລົງຮອດ 29% ໃນຊ່ວງເດືອນກໍລະກົດ ຫາ ກັນຍາ 2019, ສໍາລັບຢູ່ເຂດອ່າງຮັບນໍ້າງື່ມແມ່ນໄດ້ຮັບຜົນກະທົບໂດຍກົງ ຍ້ອນປະລິມານນໍ້າຝົນໜ້ອຍ ແລະຕົກຂາດ ຊ່ວງສະແດງອອກຄື: ອີງຕາມຜົນການວັດແທກປະລິມານນໍ້າຝົນຢູ່ຈຸດປາກກະຍຸງປະລິມານນໍ້າຝົນທີ່ຕົກໃນປີ 2019 ມີພຽງ 1086.3 ມີລີແມັດ ຊຶ່ງທຽບໃສ່ປີ 2014 (1937.5 ມີລີແມັດ), 2015 (2101.8 ມີລີແມັດ), 2016 (1564.6 ມີລີແມັດ), 2017 (1376 ມີລີແມັດ) ແລະ 2018 (1652.4 ມີລີແມັດ) ເຫັນວ່າປະລິມານນໍ້າຝົນແມ່ນໜ້ອຍຜິດປົກກະຕິ (ຫຼຸດລົງສະເລ່ຍ566.1 ມີລີແມັດ).

 ນອກຈາກນີ້, ເມື່ອມີສະພາວະອຸນຫະພູມສູງບວກໃສ່ເກີດມີປາກົດການ ແອລນີໂນ (El Nino) ທີ່ມີກໍາລັງແຮງຂຶ້ນ ຫຼື ລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກໍາລັງອ່ອນລົງ, ມັກຈະເກີດສະພາບແຫ້ງ ແລ້ງຢ່າງຮຸນແຮງຄື: ໃນປີ 1998, 2003, 2016 ແລະປີ 2019, ອີງຕາມ ຂໍ້ມູນທາງອຸຕຸນິຍົມ-ອຸທົກກະສາດຈາກພາກສ່ວນກ່ຽວຂ້ອງພົບເຫັນວ່າໃນປີ 2019 ພົບວ່າໃນບໍລິເວນອ່າງແມ່ນໍ້າ ຂອງຕອນເທິງ (ຫຼື ເອີ້ນວ່າອ່າງແມ່ນໍ້າລ້ານຊ້າງ) ປະລິມານນໍ້າຝົນໃນຊ່ວງເດືອນເມສາ, ພຶດສະພາ, ມິຖຸນາ ແລະ ສິງຫາ ໄດ້ຫຼຸດລົງ 51%, 71%, 39% ແລະ 43% ຕາມດໍາລັບເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາສະແດງ ອອກຢ່າງຈະແຈ້ງຄື: ປະຈຸບັນລະດັບນໍ້າຂອງອ່າງເກັບນໍ້າແມ່ນໍ້າຢູຈາດິ (Yu zhadu) ທີ່ຢູ່ໃນແມ່ນໍ້າລ້ານຊ້າງ (ແມ່ນໍ້າຂອງຕອນເທິງ) ແມ່ນມີລະດັບນໍ້າທີ່ຕໍ່າທີ່ສຸດນັບຕັ້ງແຕ່ການກໍ່ສ້າງອ່າງເກັບນໍ້າ ຊຶ່ງມີລະດັບນໍ້າສະເລ່ຍຕໍ່າກວ່າ 27 ແມັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສະໜັບສະໜຸນໂດຍ: HONDA

ພ້ອມນີ້,ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRCS) ຍັງໄດ້ລາຍງານສະພາບນໍ້າປະຈຳອາທິດໃນຊ່ວງເດືອນທີ່ຜ່ານມາກ່ຽວກັບປະລິມານຝົນຕົກໜ້ອຍໃນຊ່ວງລະດູຝົນຂອງເຂດອ່າງແມ່ນໍ້າຂອງສະນັ້ນ, ຈຶ່ງສາມາດສະຫຼຸບໄດ້ວ່າສາເຫດທີ່ພາໃຫ້ເກີດມີໄພແຫ້ງແລ້ງທີ່ຮຸນແຮງໃນປີ 2019 ແມ່ນເກີດຈາກມີປະລິມານຝົນຕົກໜ້ອຍຜິດປົກກະຕິເມື່ອທຽບໃສ່ປີຜ່ານມາ.

ອີງຕາມປະສົບການຂອງບັນດາປະເທດຕ່າງໆໃນໂລກພໍສະຫຼຸບໄດ້ຄື: ເພື່ອຮັບມືກັບໄພແຫ້ງແລ້ງ ແລະໄພນໍ້າຖ້ວມຕ້ອງໄດ້ສ້າງມາດຕະການການປ້ອງກັນ ແລະການປົກປັກຮັກສາ, ກ່າວ ຄືຕ້ອງໄດ້ກໍ່ສ້າງອ່າງເກັບກັກນໍ້າໃຫ້ພຽງພໍເພື່ອສາມາດການປ້ອງກັນໄພນໍ້າຖ້ວມທີ່ເກີດຂຶ້ນຊົ່ວຄາວທັງສາມາດເກັບຮັກສານໍ້າເພື່ອນໍາໃຊ້ໃນກໍລະນີເກີດມີໄພ ແຫ້ງແລ້ງ, ສະເພາະຢູ່ບ້ານເຮົາໄລຍະ ຜ່ານມາການສ້າງອ່າງເກັບນໍ້າຊວງ  ແລະອ່່າງເກັບນໍ້າຫຸມກໍເປັນຕົວແບບໜຶ່ງ ທີ່ເປັນຮູບປະທໍາສະນັ້ນ, ຢູ່ທຸກເມືອງ ແລະທຸກແຂວງຄວນຂຸດອ່າງກັກເກັບນໍ້າຂະໜາດໃຫຍ່ໄວ້ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ຊຶ່ງບາງບົດຮຽນທີ່ດີຂອງບັນດາປະເທດຕ່າງໆ ເພື່ອປ້ອງກັນໄພນໍ້າຖ້ວມ ແລະໄພແຫ້ງແລ້ງມີດັ່ງນີ້:

   1) ສະຫະລັດອາເມລິກາໄດ້ອອກແບບກໍ່ສ້າງອ່າງເກັບນໍ້າຂະໜາດໃຫຍ່ພ້ອມລະບົບບໍລິຫານຈັດການນໍ້າຊຶ່ງໄດ້ດໍາເນີນມາຫຼາຍ 100 ປີແລ້ວຈົນເຖິງປະຈຸບັນ.

  2) ສປ ຈີນ ໄດ້ດໍາເນີນໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ (ເຂື່ອນສາມຫຸບເຂົາ Three Gorges) ໃນ ສາຍແມ່ນໍ້າຢາງຊີຈຽງຊຶ່ງສາມາດປ້ອງກັນນໍ້າ . ຖ້ວມ ແລະມີນໍ້າຢ່າງພຽງພໍສາມາດສະໜອງນໍ້າໃນເວລາທີ່ເກີດໄພແຫ້ງແລ້ງ.

   3) ອ່າງເກັບນໍ້າຂະໜາດໃຫຍ່ຈໍານວນຫຼວງຫຼາຍໄດ້ກໍ່ສ້າງຂຶ້ນໃນບັນດາປະເທດທີ່ພັດທະນາແລ້ວເປັນຕົ້ນປະເທດນໍເວແລະປະເທດສະວິດເຊີແລນ.

   ດັ່ງນັ້ນ, ຈາກບົດຮຽນຂອງບັນດາປະເທດຕ່າງໆຢູ່ໃນໂລກກ່ຽວກັບການຮັບມືກັບໄພແຫ້ງແລ້ງ ແລະນໍ້າຖ້ວມເອກະສານສັງລວມໂດຍຄະນະດຽວກັນລະບຸຕື່ມວ່າ: ສປປ ລາວ ຄວນສຸມໃສ່ລິເລີ່ມປະຕິບັດຢ່າງເປັນລະບົບດັ່ງນີ້:

   1) ສຶກສາ ແລະດໍາເນີນການກໍ່ສ້າງອ່າງເກັບກັກນໍ້າຢູ່ໃກ້ເຂດຕົວເມືອງໃຫຍ່ນ້ອຍຢູ່ບັນດາເມືອງ ແລະແຂວງພ້ອມທັງສ້າງຍຸດທະສາດ ແລະແຜນດໍາເນີນງານໃນການບໍລິຫານຈັດການນໍ້າຢູ່ແຕ່ລະ ອ່າງຮັບນໍ້າ ແລະ ປັບປຸງລະບົບຊົນລະປະທານໂດຍສະເພາະແມ່ນຢູ່ບັນດາເຂື່ອນໄຟຟ້າຢ່າງເປັນລະບົບໂດຍມີການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນ;

   2) ທົບທວນ ແລະປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນໃຫ້ມີຄວາມເຂັ້ມແຂງໂດຍການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍນໍ້າ ແລະຊັບພະຍາກອນນໍ້າຢ່າງເປັນຮູບປະທໍາ;

  3) ສືບຕໍ່ເພີີ່ມທະວີການຮ່ວມມືກັບບັນດາປະເທດອະນຸພາກພື້ນ, ພາກພື້ນ ແລະສາກົນພາຍໃຕ້ກອບການຮ່ວມມືປະຈຸບັນເປັນຕົ້ນແມ່ນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງໂດຍຖືເອົາໄພແຫ້ງແລ້ງ ແລະໄພນໍ້າຖ້ວມເປັນສົງຄາມໜຶ່ງທີ່ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນກໍຄືການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຊຶ່ງຕ້ອງໄດ້ຮີບຮ້ອນໃນການຕໍ່ສູ້ເອົາຊະນະໂດຍໄວເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດຕາມທິດຍືນຍົງ.

________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511