ມອບປະກາສະນີຍະບັດໃຫ້ນັກສຶກສາ

 ພາຍຫຼັງທີ່ໂຮງຮຽນການ ເມືອງ-ການປົກຄອງແຂວງສະຫວັນນະເຂດຈັດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນອະນຸປະລິນຍາຮຸ່ນທີ XII ໃຫ້ ພະນັກງານຫຼັກແຫຼ່ງຈາກເມືອງ,ພະແນກການອ້ອມຂ້າງແຂວງ, ປກຊ-ປກສ ໂດຍເລີ່ມແຕ່ວັນທີ 25 ຕຸລາ 2017 ໂດຍນຳໃຊ້ຫຼັກສູດການຮຽນ-ການສອນທີ່ໄດ້ກຳ ນົດໄວ້ເປັນໄລຍະເວລາ 20 ເດືອນ ຕາມໂຄງການຫຼັກສູດທີ່ສະຖາບັນ ການເມືອງ ແລະການປົກຄອງ ແຫ່ງຊາດກຳນົດອອກ,ດັ່ງນັ້ນມາໃນວັນທີ 6 ທັນວາ 2019 ທີ່ ສະໂມສອນຂອງໂຮງຮຽນດັ່ງກ່າວ ໄດ້ຈັດພິທີປິດຊຸດຮຽນ ແລະມອບ-ຮັບປະກາສະນີຍະບັດໃຫ້ແກ່ນັກສຶກສາລະບົບຊັ້ນອະນຸປະລິນຍາ ໂດຍການເປັນປະທານຂອງທ່ານ ອຸບົນ ມະຫາໄຊ ຮອງຫົວໜ້າສະຖາບັນການເມືອງການປົກຄອງ ແຫ່ງຊາດ, ທ່ານ ບົວສອນ ມະຫາ ວົງ ຜູ້ອຳນວຍການໂຮງຮຽນການ ເມືອງ-ການປົກຄອງແຂວງສະຫວັນນະເຂດ, ບັນດາທ່ານພະນັກ ງານ ແລະນັກສຶກສາທິດສະດີການ ເມືອງ-ການປົກຄອງໃນຊຸດນີ້ເຂົ້າ ຮ່ວມ.

ທ່ານ ບົວສອນ ມະຫາວົງ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນ ຊັ້ນອະນຸປະລິນຍາ ຮຸ່ນທີ XII ສົກ ປີ 2019 ນີ້ວ່າ: ຕະຫຼອດຊຸດຮຽນ ທີ່ຜ່ານມາ, ຄູ-ອາຈານ ແລະນັກ ສຶກສາແມ່ນໄດ້ມີຄວາມຫ້າວຫັນ ເອົາໃຈໃສ່ໃນການສິດສອນ ແລະ ຮໍ່າຮຽນຢ່າງເຕັມຄວາມສາມາດ ຊຶ່ງມີນັກສຶກສາທັງໝົດ 62 ສະຫາຍ, ຍິງ 18 ສະຫາຍ, ໃນຊຸດ ຮຽນຊັ້ນອະນຸປະລິນຍາ ຮຸ່ນທີ XII ໄດ້ຜ່ານການຄົ້ນຄວ້າຮໍ່າຮຽນໃຊ້ ເວລາຮຽນທັງໝົດ 2 ປີ ມີ 20 ເດືອນ, ໄດ້ຮໍ່າຮຽນທັງໝົດ 32 ວິຊາທັງປ້ອງກັນບົດ ແລະໃຊ້ເວລາສິດສອນ ແລະຮໍ່າຮຽນທັງໝົດ 1.712 ຊົ່ວໂມງ ເທົ່າກັບ 81 ໜ່ວຍກິດ, ແບ່ງອອກເປັນ 5 ກຸ່ມວິຊາ ຮຽນ.

ໃນໂອກາດນີ້ໃນພິທີຍັງໄດ້ມອບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດ ການຮຽນໃນຄັ້ງນີ້ເປັນກຽດມອບ ໂດຍທ່ານ ອຸບົນ ມະຫາໄຊ ພ້ອມນີ້ ໃນພິທີກໍ່ຍັງໄດ້ມອບໃບຍ້ອງຍໍບຸກຄົນດີເດັ່ນໃນການຄົ້ນຄວ້າຮໍ່າຮຽນ ແລະມອບໃບຍ້ອງຍໍຊົມເຊີຍໃຫ້ບຸກ ຄົນທີ່ດີເດັ່ນປະກອບສ່ວນຈັດຕັ້ງປະຕິບັດວຽກງານໃນການຮຽນຄັ້ງນີ້ນໍາອີກ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ