ຄຳມ່ວນເຜີຍແຜ່ແຜນດຳເນີນໂຄງການອະນຸລັກຊີວະນາໆພັນ

  ກອງປະຊຸມເຜີຍແຜ່ແຜນດໍາເນີນງານປີທີ 4 ປະຈໍາປີ 2019 ໂຄງການອະນຸລັກຊີວະນາໆພັນໃນເຂດປ່າສະຫງວນແຫ່ງຊາດ ແລະແລວເຊື່ອມຕໍ່ (ອຊປ / ICBF) ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2019 ທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ,ທ່ານ ສັງທອງ ສຸທໍາມະໂກດ ຮອງຫົວໜ້າກົມປ່າໄມ້, ຜູ້ຊີ້ນໍາວຽກງານປ່າສະຫງວນ, ປ່າປ້ອງກັນ ແລະສັດນໍ້າ-ສັດປ່າ, ມີບັນດາຊ່ຽວຊານໂຄງການ, ມີສະມາຊິກໃນຄະນະກໍາມະການຊີ້ນໍາຂັ້ນແຂວງ, ໜ່ວຍຄຸ້ມຄອງໂຄງການປະຈໍາແຂວງຄໍາມ່ວນ, ໜ່ວຍຄຸ້ມ ຄອງປ່າສະຫງວນແຫ່ງຊາດ, ຜູ້ຕາງໜ້າຂອງເມືອງບົວລະພາ, ສະມາຊິກໜ່ວຍຄຸ້ມຄອງໂຄງການຂັ້ນເມືອງ, ບັນດາໂຄງການຄູ່ຮ່ວມງານ, ພະນັກງານວິຊາ ການທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.

  ໃນກອງປະຊຸມຕາງໜ້າໜ່ວຍຄຸ້ມຄອງໂຄງການຂັ້ນສູນກາງ, ຜູ້ປະສານງານປະຈໍາເຂດ, ຜູ້ຈັດການຝ່າຍບັນຊີ-ການເງິນແມ່ນໄດ້ຜັດປ່ຽນກັນນໍາສະເໜີກ່ຽວກັບແຜນເລັ່ງລັດປີ 2019, ບົດນໍາສະເໜີກ່ຽວກັບລະບົບລາຍງານ ແລະ ຮູບແບບການຂຽນລາຍງານ, ບົດນໍາສະເໜີດ້ານວຽກງານຄຸ້ມຄອງການເງິນ, ການຈັດສັນບ້ວງທຶນ, ບົດນໍາສະເໜີເຂດແດນປ່າປ້ອງກັນຂຸນເຊໜອງມ້າ, ການຈັດແບ່ງເຂດ ແລະການເຮັດບັນຊີລາຍຊື່ບ້ານ.

  “ໂຄງການອະນຸລັກຊີວະນານາພັນໃນເຂດປ່າສະຫງວນແຫ່ງຊາດ ແລະແລວເຊື່ອມຕໍ່” (ICBF) ເປັນໂຄງການພັດທະນາຂອງລັດຖະບານ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະຫະພັນເຢຍລະມັນໂດຍຜ່ານທະນາຄານ  KfW ກະຊວງກະສິກໍາ ແລະປ່າໄມ້ໂດຍສະເພາະແມ່ນກົມປ່າໄມ້ເປັນຜູ້ຈັດຕັ້ງປະຕິບັດໂຄງການ ICBF ໂດຍມີການຮ່ວມມືຢ່າງໃກ້ຊິດກັບຂະແໜງການຕ່າງໆໃນສາຍງານທີ່ກ່ຽວຂ້ອງ ແລະບັນດາຄູ່ຮ່ວມງານທັງໃນລະດັບສູນກາງ ແລະທ້ອງຖິ່ນ.

  ໃນປີ 2018 ໄດ້ຈັດໃຫ້ມີການທົບທວນໄລຍະກາງ (mid-term review) ທັງມີການທົບທວນຄວາມຄືບໜ້າຂອງໂຄງການໂດຍທະນາຄານ KfW ຊຶ່ງເຮັດໃຫ້ໂຄງການນີ້ໄດ້ຮັບຂໍ້ສະເໜີແນະຕ່າງໆຈາກຄະນະທົບທວນປະເມີນຜົນ. ໂດຍອີງໃສ່ຂໍ້ສະເໜີແນະຄືດັ່ງກ່າວ, ແຜນວຽກ ແລະງົບປະມານ. ສຳລັບໄລຍະລວມ 7 ປີຂອງໂຄງການກໍໄດ້ຮັບການພິຈາລະນາເປັນແຜນລະອຽດໄປຕາມຄໍາສະເໜີແນະ ແລະໄດ້ຮ່ວມກັນສ້າງ “ແຜນເລັ່ງລັດ” ສໍາລັບປີ  2019 ໂດຍ ໄດ້ຖືກສະເໜີຕໍ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນໍາໂຄງການຂັ້ນສູນເມື່ອບໍ່ນານມານີ້ ແລະ ໃນພາຍຫຼັງຕໍ່ມາກໍ່ໄດ້ຮັບການຢັ້ງຢືນຮັບຮອງຈາກຮອງລັດຖະມົນ ຕີຂອງກະຊວງກະສິກໍາ ແລະປ່າໄມ້.

    ໂຄງການພັດທະນາຂອງ ສປປ ລາວ ຊຶ່ງສະໜັບສະໜູນໂດຍສະຫະພັນສາທາລະນະລັດເຢຍລະມັນຜ່ານການຊ່ວຍເຫຼືອດ້ານການເງິນ (KfW) ຈາກການບໍລິການທີ່ປຶກສາໂດຍ INDUTOR ແລະ WWF, ໃນນີ້ ທ່ານ ບຸນປອນ ພຸດທະອາມາດ ຫົວໜ້າໂຄງການຂັ້ນສູນກາງແມ່ນໄດ້ຜ່ານແຜນໄລຍະຍາວ 7 ປີສະບັບປັບປຸງ ແລະຮ່າງແຜນເລັ່ງລັດປີ 2019, ໄດ້ມີການປັບປຸງ, ແກ້ໄຂດ້ານງົບປະມານປີ 2015-2022 ໂດຍໄດ້ຕົກລົງເພີ່ມງົບປະມານໃສ່ກິດຈະກໍາທີ່ກໍາລັງດໍາເນີນ ແລະກິດຈະກໍາໃໝ່ເຊັ່ນ: ກອງທຶນບ້ານ, ຕໍ່ເວລາຜູ້ໃຫ້ຄໍາປຶກສາດ້ານເຕັກນິກ, ຂະບວນການ ແລະຂັ້ນຕອນດໍາເນີນງານ, ສັງລວມອຸປະສັກ ແລະມາດຕະການແກ້ໄຂ, ພາບລວມກ່ຽວກັບກິດຈະກໍາຫຼັກ ແລະບ້ານເປົ້າໝາຍ, ການຄຸ້ມຄອງການເງິນ ແລະການຈັດຊື້-ຈັດຈ້າງຕະຫຼອດເຖິງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ.