ເທີນ-ຫີນບູນ ໃຊ້ເກືອບ 3 ຕື້ກີບ ສ້າງຕາຂ່າຍໄຟຟ້າ ແລະຊົນລະປະທານໃຫ້ 2 ບ້ານ

  ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ໃນນາມຜູ້ສຳປະທານໂຄງການກໍ່ສ້າງເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍໄດ້ມອບ-ໂອນໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ ມີຄວາມຍາວ 4,5 ພັນກິໂລແມັດ ລວມມູນຄ່າເກືອບ 70 ພັນໂດລາ ລະບົບຊົນລະປະທານ ບ້ານໜອງດົງ, ບ້ານນາເຕີຍ ເມືອງຫີນບູນ ແຂວງຄຳມ່ວນ ປະ ກອບມີໝໍ້ແປງໄຟຟ້າຂະໜາດ 160 ກິໂລວັດອຳແປ ຈຳນວນ 2 ໜ່ວຍ, ຈັກສູບນໍ້າ 75 ກິໂລວັດ ຈຳນວນ 2 ໜ່ວຍ ຊຶ່ງສາມາດດູດນໍ້າໄດ້ສູງສຸດ 270 ລິດຕໍ່ວິນາທີ ແລະຄອງແມ່ກໍ່ດ້ວຍດິນຈີ່ມີຄວາມຍາວຄອງລະ 300 ແມັດ ສາມາດຫົດເນື້ອທີ່ໄດ້ປະມານ 60 ເຮັກຕາ ລວມມູນຄ່າການກໍ່ສ້າງ2,68 ແສນໂດລາ ຊຶ່ງທັງສອງໂຄງ ການດັ່ງກ່າວມີມູນຄ່າທັງໝົດ 338.600 ໂດລາ ຫຼື ປະມານ 2,9 ຕື້ກີບ ແມ່ນໄດ້ເລີ່ມລົງມືການກໍ່ສ້າງໃນເດືອນເມສາ ແລະ ສຳເລັດການກໍ່ສ້າງໃນເດືອນພະຈິກ 2019 ໂດຍແມ່ນບໍລິສັດບີເຄ ເປັນຜູ້ຮັບເໝົາ.

  ທ່ານ ສິງເພັດ ແກ້ວທອງລິນ ຜູ້ຮັບຜິດຊອບວຽກການກໍ່ສ້າງ ແລະບຳລຸງຮັກສາພື້ນຖານໂຄງລ່າງ ແລະຕິດຕາມສິ່ງແວດລ້ອມ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ໃຫ້ຮູ້ວ່າ: ບ້ານໜອງດົງ ແລະບ້ານນາເຕີຍ ແມ່ນນອນຢູ່ໃນເປົ້າໝາຍທີ່ໂຄງການໄດ້ໃຫ້ການຊ່ວຍເຫຼືອບໍ່ວ່າຈະເປັນເສັ້ນທາງ,ນໍ້າສະອາດ,ລະບົບໄຟຟ້າ, ຊົນລະປະທານ ແລະອື່ນໆ ທີ່ນອນຢູ່ໃນເປົ້າໝາຍລວມທັງບ້ານທີ່ໄດ້ຮັບການຍົກຍ້າຍຈັດສັນ ແລະບັນດາບ້ານທີ່ໄດ້ຮັບຜົນກະທົບອື່ນໆ ເຊິ່ງຈຸດປະສົງກໍ່ເພື່ອພັດທະນາພື້ນຖານໂຄງລ່າງໃນບັນດາໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການເທີນ-ຫີນບູນພາກຂະຫຍາຍໂດຍສະເພາະແມ່ນບັນດາບ້ານທີ່ຢູ່ລຽບແຄມແມ່ນໍ້າຫີນບູນແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

  ສຳລັບລະບົບຕາຂ່່າຍໄຟຟ້າແມ່ນມອບໃຫ້ພະແນກພະລັງງານ ແລະບໍ່ແຮ່ແຂວງເປັນຜູ້ຄຸ້ມຄອງນັບແຕ່ມື້ລົງນາມການມອບ-ຮັບ ສ່ວນລະບົບຊົນລະປະທານແມ່ນທາງບໍລິສັດຈະຮັບຜິດຊອບການບໍາລຸງຮັກສາ, ສ້ອມແປງ ແລະຊຳລະຄ່າກະແສໄຟຟ້າເປັນເວລາ 3 ປີນັບ ແຕ່ມື້ລົງນາມການມອບ-ຮັບເປັນຕົ້ນໄປ.

  ພິທີມອບ-ຮັບໂຄງການດັ່ງກ່າວຈັດຂຶ້ນໃນວັນທີ 6 ທັນວາ 2019 ທີ່ບ້ານນາເຕີຍ ເມືອງຫີນບູນ ເຊິ່ງຕາງໜ້າຝ່າຍບໍລິສັດກ່າວມອບໂດຍທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຕາງໜ້າຝ່າຍລັດຖະບານກ່າວຮັບໂຄງການກໍ່ສ້າງຕາຂ່່າຍໄຟຟ້າໂດຍທ່ານ ສຸລິນ ພົມມະໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄຳມ່ວນ ແລະ ກ່າວຮັບລະບົບຊົນລະປະທານໂດຍທ່ານ ເທວາ ສີໂສພາ ຮອງເຈົ້າເມືອງໆຫີນບູນໂດຍມີພະນັກງານ-ວິຊາ ການທັງສອງຝ່າຍພ້ອມດ້ວຍອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ.

__________

ຂຽນໂດຍກອງຄຳ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511