ເປີດບໍລິການມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາແຂວງວຽງຈັນ

  ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງວຽງຈັນ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເພື່ອເປັນການສືບຕໍ່ຊ່ວຍເຫຼືອດ້ານມະນຸດສະທຳໂດຍສະເພາະແມ່ນການຊ່ວຍເຫຼືອດ້ານຕ່າງໆຕາມຈຸດປະສົງເປົ້າ ໝາຍຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທີ່ປະຕິບັດມາຕະຫຼອດຫຼາຍສິບກວ່າປີຜ່ານມາ.

  ພິທີດັ່ງກ່າວໄດ້ມີຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ 2019 ທີ່ໂຮງຮຽນປະຖົມສາທິດບ້ານ ວຽງແກ້ວ ເມືອງວັງວຽງ ແຂວງ ວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ປ້າສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ມີບັນດາຫົວໜ້າຫ້ອງການ, ນັກທຸລະກິດ, ພະນັກງານ ແລະຄະນະໜ່ວຍກູ້ໄພມູນນິທິແຫ່ງ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າເຂົ້າຮ່ວມຢ່າງພ້ອມພຽງ.

  ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ກ່າວຂໍສະແດງຄວາມຂອບໃຈມາຍັງອຳນາດການປົກຄອງທຸກຂັ້ນທີ່ເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນໃນວຽກງານການຊ່ວຍເຫຼືອສັງຄົມພ້ອມກັນສຸມໃສ່ທຸກສະຕິປັນຍາເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມໃນການກະກຽມ ແລະສ້າງຕັ້ງມູນນິທິຊ່ວຍເຫຼືອຄົນທຸກຍາກ ແລະ ໜ່ວຍກູ້ໄພມູນນິທິ 1623 ເມືອງວັງວຽງ ແຂວງວຽງຈັນ. ຜູ້ໃຫ້ຄືຜູ້ໄດ້ຮັບຄວາມສຸກຄວາມເມດຕາ ແລະໄມຕີຈິດຈາກຜູ້ຮັບສະເໝີ, ຜູ້ໃຫ້ການຊ່ວຍເຫຼືອກູ້ເອົາຊີວິດເພື່ອນຮ່ວມຊາດຜູ້ຮ່ວມໂລກນັ້ນຄືຜູ້ກຳລັງໃຫ້ລົມຫາຍໃຈ ແລະ ຕໍ່ອາຍຸໃຫ້ແກ່ສັງຄົມ ແລະປະເທດຊາດ, ການມີຊີວິດເພື່ອຕົນເອງແມ່ນຢູ່ເພື່ອໝົດລົມຫາຍໃຈເທົ່ານັ້ນແຕ່ການມີຊີວິດຢູ່ເພື່ອປະເທດຊາດ ແລະສັງຄົມແມ່ນຢູ່ໄດ້ຕະຫຼອດຊົ່ວນິລັນດອນ. ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງຕາງໜ້າອຳນາດການປົກຄອງ ແຂວງສະແດງການຕ້ອນຮັບ ແລະຂອບໃຈມາຍັງມູນນິທິທີ່ເລືອກ ເມືອງວັງວຽງ ກໍຄືແຂວງວຽງຈັນ ເປັນມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ເປັນໜ່ວຍກູ້ໄພມູນນິທິ 1623 ສາຂາທີ 6 ຂອງມູນນິທິ ແລະພ້ອມທີ່ຈະໃຫ້ການສະໜັບສະໜູນດ້ານຕ່າງໆ, ເບິ່ງແຍງໜ່ວຍກູ້ໄພ 1623 ເມືອງວັງວຽງ ແຂວງວຽງຈັນ ໄດ້ປະຕິບັດໜ້າທີ່ຢ່າງສົມກຽດໃນການເຄື່ອນໄຫວຊ່ວຍເຫຼືອສັງຄົມພາຍໃນເມືອງວັງວຽງກໍຄື ແຂວງວຽງຈັນ.

   ທ່ານ ທະນູສອນ ແກ້ວວຽງຄຳ ປະທານມູນນີທິຊ່ວຍເຫຼືອຄົນທຸກຍາກສາຂາ ແຂວງວຽງຈັນກ່າວ ວ່າ: ເມືອງວັງວຽງເປັນເມືອງທ່ອງທ່ຽວອັນລືຊື່ຂອງລາວ ແຂກຕ່າງປະເທດທີ່ເຂົ້າມາທ່ຽວຊົມອັນເປັນໃບໜ້າໃບຕາຂອງປະເທດ. ດັ່ງນັ້ນວຽກງານການກູ້ໄພແມ່ນມີຄວາມສຳຄັນຫຼາຍເພື່ອກຽມພ້ອມກັບເຫດການບໍ່ຄາດຄິດທີ່ຈະເກີດຂຶ້ນຈາກບັນດາກິດຈະກຳການທ່ອງທ່ຽວໃນການຊ່ວຍເຫຼືອ ແລະໃຫ້ການຊ່ວຍເຫຼືອສັງຄົມພາຍໃນເມືອງພ້ອມທັງເປັນການສ້າງໜ່ວຍອາສາກູ້ໄພຂອງເມືອງວັງວຽງຮັບມືກັບການກູ້ໄພຕ່າງໆທີ່ຈະເກີດຂຶ້ນທຸກເວລາ. ສະນັ້ນຈິ່ງຂໍຮຽກຮ້ອງມາຍັງຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນເມືອງກໍຄືພາຍໃນແຂວງ ແລະໃນທົ່ວປະເທດໃຫ້ການຊຸກຍູ້ສະໜັບສະໜູນໜ່ວຍກູ້ໄພ 1623 ສາຂາວັງວຽງ ແລະມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາ ຂາແຂວງວຽງຈັນ ໄດ້ເຄື່ອນໄຫວຊ່ວຍເຫຼືອສັງຄົມຕະຫຼອດໄປ.

  ໃນໂອກາດເປີດມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ໄດ້ມີກຸ່ມນັກທຸລະກິດຜູ້ປະກອບການໄດ້ປະກອບສ່ວນຊ່ວຍເຫຼືອອຸປະ ຖຳຄື: ບໍລິສັດ Victory Group 100 ລ້ານກີບ ໃນການສ້ອມແປງຕຶກອາຄານຫ້ອງການປະສານໜ່ວຍງານກູ້ໄພ, ຮ້ານອາຫານໜອງເຊືອມ 20 ລ້ານກີບ, ຮ້ານມັງກອນນວດແຜນບູຮານມອບອຸປະກອນ ແລະເງິນສົດຈຳນວນ 5 ລ້ານກີບ ແລະຮ້ານວີສັກສະຕູດີ ໂອສະໜັບສະໜູນປ້າຍມູນຄ່າ 5 ແສນກີບ. ສຳລັບໜ່ວຍກູ້ໄພມູນ ນິທິຊ່ວຍເຫຼືອຄົນທຸກຍາກສາຂາ ວັງວຽງ 1623 ຫ້ອງການປະສານງານແມ່ນຕັ້ງຢູ່ໂຮງຮຽນປະຖົມວັງວຽງບ້ານວຽງແກ້ວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍຈະເລີ່ມມີການເປີດຮັບບັນທ່ານທີ່ສົນໃຈເປັນຈິດອາສາໜ່ວຍອາສາກູ້ໄພເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປສາມາດຕິດຕໍ່ໄປໄດ້ທີ່ເບີ 1623 ໄດ້ທຸກເວລາ.