ຖວທ ຄໍາມ່ວນເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ

   ໃນທ້າຍອາທິດຜ່ານມາຮາກຖານພັກພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຄຳມ່ວນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນເປັນກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ຂັນຕີ ໂພທິນ ເລຂາພັກຮາກຖານພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ມີບັນດາສະຫາຍໃນຄະນະ ພັກ, ເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

  ສະຫາຍ ພົງສະທອນ ແສງສຸວັນນຸຮັກ ຫົວໜ້າຂະແໜງຈັດຕັ້ງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ແຂວງຄຳມ່ວນ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິບັດລາວຊຶ່ງປະກອບມີຈຳນວນ 8 ສະຫາຍຄື: ສະຫາຍ ທອງດີ ຄຳສຸກຖາວົງ, ສະຫາຍ ນາງ ສົມໃບ ຫອມ ບຸດສະວົງ, ສະຫາຍ ນາງ ສິລິພອນ ສຸລິຍະວົງ, ສະຫາຍ ນາງ ແກ້ວຜ່ອງສີ ຈັນທະວົງສາ, ສະຫາຍ ນາງ ດາລາວັນ ໄຊຍະພອນ, ສະຫາຍ ສີສົມພອນ ໄຊວົງສາ, ສະຫາຍຄຳຫຼ້າ ລະກັນແກ້ວ ແລະ ສະຫາຍ ສຸວັນໄຊ ອາດຈະເລີນສັກ.

ສະໜັບສະໜຸນໂດຍ: HONDA

  ໃນໂອກາດດັ່ງກ່າວສະຫາຍ ຂັນຕີ ໂພທິນ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນພ້ອມທັງໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ປະຕິບັດກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.

----------------

ໜັງສືພີມເສດຖະກິດ-ສັງຄົມ