ປາກລາຍ ສະຫຼຸບແຂ່ງຂັນຮັກຊາດ ແລະພັດທະນາ

  ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2019, ທີ່ຫ້ອງປະຊຸມໃຫຍ່ເມືອງ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ສົມຈິດ ຈັນທະວົງເຈົ້າເມືອງປາກລາຍ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກໍາລັງປະກອບອາວຸດ, ຕະຫຼອດເຖິງອໍານາດກອນປົກຄອງແຕ່ລະບ້ານ ແລະ ນັກທຸລະກິດ-ຜູ້ປະ ກອບການ, ຄອບຄົວຕົວແບບດ້ານຕ່າງໆພາຍໃນເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.

  ທ່ານ ນາງ ພິມປະໄພ ສຸຂະລາດ ຮອງເຈົ້າເມືອງໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໃນໄລຍະຜ່ານມາວ່າ: ຜ່ານການກວດກາຂໍ້ແຂ່ງຂັນຮັກຊາດ ແລະພັດທະນາສາມາດສະຫຼຸບໄດ້ຄື: ຂໍ້ແຂ່ງຂັນຂອງຄອບຄົວຊາວກະສິກອນທົ່ວໄປມີທັງໝົດ13.339 ຄອບຄົວຄື: ມີການຜະລິດເປັນສິນຄ້າ, ມີວຽກເຮັດງານທຳ, ມີແຫຼ່ງລາຍຮັບໝັ້ນທ່ຽງ, ພົ້ນຈາກຄວາມທຸກຍາກປະຕິບັດໄດ້ 89,32%, ມີຄວາມຕື່ນຕົວ ປະກອບສ່ວນເຂົ້າໃນວຽກງານສາທາລະນະປະໂຫຍດຂອງບ້ານປະຕິບັດໄດ້ 88,11%, ມີຄວາມສາມັກຄີປອງດອງ, ບໍ່ຈໍາແນກເພດ, ເຜົ່າ ແລະຖານະທາງສັງຄົມປະຕິບັດໄດ້87,12%, ບໍ່ລະເມີດລະບຽບກົດ ໝາຍ ແລະ ລະບຽບການພົວພັນພາຍໃນບ້ານປະຕິບັດໄດ້ 73,01%, ບໍ່ພົວພັນຕໍ່ສິ່ງເສບຕິດ ແລະທຳລາຍຕໍ່ສິ່ງແວດລ້ອມປະຕິບັດໄດ້ 73,04%, ມີການສຶກສາດີປະຕິບັດໄດ້ 92,54%, ໄດ້ຢັ້ງຢືນເປັນຄອບຄົວແບບຢ່າງດ້ານຕ່າງໆປະຕິບັດໄດ້ 75,21%; ຂໍ້ແຂ່ງຂັນຂອງຄອບຄົວນັກທຸລະກິດ-ຜູ້ປະກອບການມີທັງໝົດ 437 ຄອບຄົວຄື: ປະຕິບັດພັນທະອາກອນໃຫ້ລັດທັນຕາມກຳນົດເວລາປະຕິບັດໄດ້ 98,94%, ສູ້ຊົນສ້າງລາຍຮັບຂອງຕົນໃຫ້ໄດ້ຫຼາຍລື່ນເກົ່າປະຕິບັດໄດ້ 99,45%, ດຳ ເນີນທຸລະກິດຖືກຕ້ອງຕາມກົດໝາຍປະຕິບັດໄດ້ 99,40%, ປະກອບສ່ວນເຂົ້າໃນສາທາລະນະປະໂຫຍດຂອງບ້ານປະຕິບັດໄດ້ 98,9%, ເປັນເຈົ້າການປັບປຸງກົນໄກການດຳເນີນທຸລະກິດຂອງຕົນໃຫ້ມີຄວາມເຂັ້ມແຂງສາມາດແຂ່ງຂັນກັບພາກສ່ວນອື່ນປະຕິບັດໄດ້ 99,17%.

ສະໜັບສະໜຸນໂດຍ: HONDA

  ສ່ວນຂໍ້ແຂ່ງຂັນຂອງຄອບຄົວພະນັກງານ ແລະພະນັກງານໜຶ່ງສົ້ນມີທັງໝົດ 910 ຄອບຄົວ ຄື: ເປັນເຈົ້າການປະກອບສ່ວນ ແລະປະຕິບັດພັນທະຕ່າງໆເຂົ້າໃນວຽກ ງານສາທາລະນຸປະໂຫຍດຂອງບ້ານປະຕິບັດໄດ້ 95,98%, ເຂົ້າ ຮ່ວມກອງປະຊຸມ ແລະ ມີຄຳຄິດຄຳເຫັນຊ່ວຍການຈັດຕັ້ງບ້ານທີ່ຕົນສັງກັດຢູ່ ແລະເປັນແບບຢ່າງນໍາໜ້າທີ່ດີໃຫ້ປະຊາຊົນປະຕິບັດໄດ້ 93,07%, ບໍ່ສວຍໂອກາດເພື່ອຫາຜົນປະໂຫຍດສ່ວນຕົວ ຫຼືການຈັດຕັ້ງ, ມີຄຸນສົມບັດ ແລະ ມີຄຸນທາດການເມືອງໜັກແໜ້ນປະຕິ ບັດໄດ້ 86,81%, ເຄົາລົບຢ່າງເຂັ້ມງວດຕໍ່ກົດລະບຽບບ້ານ ແລະກົດໝາຍຂອງລັດປະຕິບັດໄດ້ 86,81%,ມີຄວາມສາມັກຄີກັບທຸກຫົວໜ່ວຍຄອບຄົວພາຍໃນໜ່ວຍ ຫຼື ບ້ານຕົນປະຕິບັດໄດ້ 87,80%, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງແກ້ແຄ້ນ ຫຼືນາບຄູ່ປະຊາຊົນປະຕິບັດໄດ້ 84,06%, ສາມາດແບ່ງປະເພດຄອບຄົວຊາວກະສິກອນ: ປະ ເພດ I ມີ 12.193  ຄອບຄົວ, ປະເພດ II ມີ 837 ຄອບຄົວ, ປະເພດ III ມີ 271 ຄອບຄົວ ແລະ ບໍ່ຈັດປະເພດມີ 38 ຄອບຄົວ; ປະເພດຄອບຄົວນັກທຸລະກິດ ແລະ ຜູ້ປະກອບການ: ປະເພດ I ມີ 290 ຄອບຄົວ, ປະເພດ II ມີ 42 ຄອບຄົວ, ປະເພດ III ມີ 5 ຄອບຄົວ; ປະເພດຄອບຄົວພະນັກງານ ແລະພະນັກງານໜຶ່ງສົ້ນ: ປະເພດ I ມີ 874 ຄອບ ຄົວ, ປະເພດ II ມີ 27 ຄອບຄົວ, ປະເພດ III ມີ 9 ຄອບຄົວ, ປະເພດຂໍ້ແຂ່ງຂັນຂອງບ້ານໄດ້ປະ ເພດ I ມີ 58 ບ້ານ, ປະເພດ II ມີ 11 ບ້ານ; ປະເພດຂໍ້ແຂ່ງຂັນພະນັກງານ-ລັດຖະກອນໄດ້ປະເພດ I ມີ  897 ຄົນ, ປະເພດ II ມີ 450 ຄົນ, ປະເພດ III ມີ 14 ຄົນ; ປະເພດຂໍ້ແຂ່ງຂັນຂອງສຳນັກງານ: ປະເພດ I ມີ 41 ກົມກອງ, ປະເພດ II ມີ 23 ກົມກອງ, ບໍ່ຈັດປະເພດ 3 ກົມກອງ.

  ກອງປະຊຸມຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການແຂ່ງຂັນຮັກຊາດ ແລະ ພັດທະນາຈໍານວນ 57 ກົມກອງ ແລະ 188 ຄົນ, ຂັ້ນເມືອງ 30 ກົມກອງ, 209 ຄົນ, ໃຫ້ກຽດມອບໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ແລະ ທ່ານ ສົມຈິດ ຈັນທະວົງ ເຈົ້າເມືອງປາກລາຍ.

--------------

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444