ເມືອງບຸນໃຕ້ ເມືອງແຫ່ງຄວາມສວຍງາມ ຂອງທໍາມະຊາດ

  ຖໍ້າພະແກ້ວ ກໍ່ແມ່ນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດຂອງເມືອງບຸນໃຕ້ ແລະເປັນແຫຼ່ງ ທ່ອງທ່ຽວທີ່ສາມາດດຶງດູດນັກ ທ່ອງທ່ຽວຈາກຕ່າງປະເທດ ແລະ ພາຍໃນປະເທດໃຫ້ເຂົ້າມາທ່ຽວຊົມ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ ແລະເປັນຖໍ້າແຫ່ງໜຶ່ງທີ່ມີຄວາມ ສວຍງາມທີ່ສຸດຖໍ້າດັ່ງກ່າວຕັ້ງຢູ່ ໃນປ່າສະຫງວນນໍ້າລານ ຂອງ ເມືອງບຸນໃຕ້ ເປັນສະຖານທີ່ອາໄສ ຂອງເຈຍທີ່ມີຈຳນວນຫຼວງຫຼາຍ.

ຖໍ້າພະແກ້ວ ຍັງຄົງຄວາມງາມ ຂອງທໍາມະຊາດໄວ້ແບບດັ້ງເດີມທີ່ ອຸດົມໄປດ້ວຍຊັບໃນດິນສິນໃນນໍ້າ ທີ່ໜ້າທ່ຽວຊົມເນື່ອງຈາກວ່າພື້ນທີ່ດັ່ງກ່າວປົກຄຸມໄປດ້ວຍຕົ້ນໄມ້ ນ້ອຍ-ໃຫຍ່ຈໍານວນຫຼາຍແມ່ນແຕ່ ຍາມແລ້ງກໍຍັງຮູ້ສຶກເຢັນສົດຊື່ນ ບວກກັບສັດນ້ອຍໃຫຍ່ສົ່ງສຽງດັງ ກ້ອງລະງົມທີ່ຟັງແລ້ວໜ້າຫຼົງໄຫຼມ່ວນຊືນໄປກັບມັນເຮັດໃຫ້ລືມຄວາມອິດເມື່ອຍຈາກການເດີນ ທາງກັນເລີຍ.

ສະຖານທີ່ແຫ່ງນີ້ ແມ່ນສາມາດເດີນທາງໄປທ່ຽວຊົມໄດ້ຕະຫຼອດປີ ນອກຈາກຈະໄດ້ສຳຜັດກັບຄວາມ ເຢັນຂອງຖໍ້າແຫ່ງນີ້ແລ້ວຍັງຈະໄດ້ ສໍາພັດຄວາມສວຍງາມຂອງທໍາມະຊາດເພາະສະຖານທີ່ແຫ່ງນີ້ ປົກຄຸມໄປດ້ວຍປ່າໄມ້ທີ່ຂຽວງາມ ແລະສັດສາວາສິ່ງນາໆຊະນິດ.

------------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ