ຝຶກອົບຮົມການນໍາໃຊ້ປຶ້ມແບບຮຽນ ແລະຄູ່ມືຄູ ວິຊາຄະນິດສາດ

ໃນອາທິດທີ່ຜ່ານມານີ້, ຜູ້ອໍານວຍການໂຮງຮຽນພ້ອມດ້ວຍຄູສອນຊັ້ນປະຖົມຂັ້ນຮຽນ ປ.2 ທົ່ວເມືອງແປກ ແຂວງຊຽງຂວາງ ໄດ້ຮັບການຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄະນິດສາດຊັ້ນປະຖົມສຶກສາປີທີ 2 ຊຶ່ງຈັດໂດຍກະຊວງສຶກສາທິການ ແລະ ກີລາຮ່ວມກັບພະແນກສຶກສາທິການ ແລະ ກີລາແຂວງ (ສກຂ)ຊຽງຂວາງ ມີຂຶ້ນທີ່ໂຮງຮຽນມັດທະຍົມສົມບູນສີບຸນເຮືອງ ເມືອງແປກ ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນຄົງ ລັດຕະນະວິໄລ ຮອງຫົວໜ້າພະແນກ (ສກຂ) ເຂົ້າຮ່ວມມີຄູຝຶກຂັ້ນແຂວງ, ຂັ້ນເມືອງພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ.

 ສະໜັບສະໜຸນໂດຍ: HONDA

  ຈຸດປະສົງຂອງການຝຶກອົບຮົມແມ່ນໃຫ້ສໍາມະນາກອນເຂົ້າໃຈກ່ຽວກັບການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູວິຊາຄະນິດສາດຊັ້ນປະຖົມສຶກສາປີທີ 2, ໃນນັ້ນສໍາມະນາກອນຈະໄດ້ຄົ້ນຄວ້າສົນທະນາ ແລະ ລົງເລິກເຖິງເນື້ຶອໃນຂອງປຶ້ມແບບຮຽນ ແລະ ຄູ່ມືຄູໃນບາງບົດເຊັ່ນວ່າຫົວຂໍ້ຈໍານວນ ແລະ ການຄໍານວນ, ປະລິມານ ແລະ ການວັດ ແທກ, ການກະກຽມສອນສາທິດ, ການລົບທີ່ມີຢືມ, ການຄູນ, ເວລາ, ວິທີວັດແທກບໍລິມາດຂອງນໍ້າ, ຮູບເລຂາຄະນິດ, ການພົວພັນກັນທາງຄະນິດສາດ,ເຕັກນິກການ

ສອນໃນຫ້ອງຮຽນ ແລະບາງຫົວຂໍ້ທີ່ກ່ຽວຂ້ອງຕື່ມອີກໂດຍແບ່ງສໍາມະນາກອນອອກເປັນກຸ່ມໃນການຄົ້ນຄວ້າສົນທະນາເພື່ອຮັບປະກັນທາງດ້ານຄວາມຮູ້ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມສາມາດນໍາເອົາບົດຮຽນຈາກການຝຶກອົບຮົມໄປນໍາໃຊ້ເຂົ້າໃນການສອນຕົວຈິງໃຫ້ໄດ້ຮັບຜົນດີ, ໃນນັ້ນມີຄູ-ອາຈານສອນຊັ້ນປະຖົມສຶກສາປີທີ 2 ທົ່ວເມືອງແປກ ເຂົ້າຮ່ວມທັງໝົດຈຳນວນ 73 ໂຮງຮຽນ, ໂຮງຮຽນມູນປະຖົມ15ໂຮງຮຽນ,ປະຖົມ ສົມບູນ 51 ໂຮງຮຽນ (ສະເພາະພາກລັດ ) ແລະພາກເອກະຊົນ 7 ໂຮງຮຽນ.

-------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ