2 ແຂວງ ລາວ-ຫວຽດ ແລກປ່ຽນວັດທະນະທໍາ

  ງານສະແດງສິລະປະ-ວັນນະຄະດີແລກປ່ຽນວັດທະນະທຳ 2 ແຂວງຂອງປະເທດລາວ-ຫວຽດນາມ ຄື: ແຂວງອັດຕະປື ແລະແຂວງດັກລັກໄດ້ຈັດຂຶ້ນໃນລະຫວ່າງວັນ ທີ 28 ພະຈິກ ຫາ ວັນທີ 1 ທັນວາ 2019 ທີ່ແຂວງອັດຕະປື ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 44 ປີ ແລະວັນຄ້າຍວັນເກີດ ປະທານ ໄກສອນ ພົມ ວິຫານ ຄົບຮອບ 99 ປີ, ທັງເປັນແລກປ່ຽນສົ່ງເສີມວັດທະນະທໍາປະຫວັດສາດເວົ້າລວມ, ເວົ້າສະເພາະລະຫວ່າງແຂວງອັດຕະປື ແລະແຂວງດັກລັກ ສສ ຫວຽດນາມ ໄດ້ເພີ່ມທະວີສາຍພົວພັນອັນເປັນມູນເຊື້ອມາແລ້ວນັ້ນໃຫ້ຍືນຍົງຍິ່ງຂຶ້ນ.

  ທ່ານ ນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວແຂວງອັດຕະປື ໄດ້ກ່າວເປີດງານວ່າ: ງານສະແດງສິລະ-ວັນ ນະຄະດີແລກປ່ຽນວັດທະນະທໍາຄັ້ງນີ້ຈັດຂຶ້ນເພື່ອເປັນການສືບສານເຜີຍແຜ່ ແລະແລກປ່ຽນວັດທະນະທໍາສອງແຂວງອັດຕະປື-ດັກລັກໃຫ້ຊາວໜຸ່ມ, ນັກສຶກສາ ແລະພໍ່

ແມ່ປະຊາຊົນບັນດາເຜົ່າໄດ້ເຫັນເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ເສີມສ້າງຄວາມເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມ ດ້ວຍການສົ່ງເສີມສິລະປະ-ວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊາດຕົນນັ້ນໃຫ້ບັນດາຊາວໜຸ່ມຄົນຮຸ່ນໃໝ່ໄດ້ສຶກສາກ່ຽວກັບສິລະປະ-ວັດທະນະທຳໃນທ້ອງຖິ່ນຂອງຕົນຫຼາຍຂຶ້ນ.

ສະໜັບສະໜຸນໂດຍ: HONDA

  ສໍາລັບງານຄັ້ງນີ້ລວມມີບັນດາລາຍການຮ້ອງລຳທຳເພງ, ວາດຟ້ອນຕ່າງໆ ທີ່ສະແດງໃຫ້ເຫັນສີສັນສະເພາະວິຖີຊີວິດຂອງປະຊາຊົນຢູ່ບັນດາແຂວງທີ່ມີຊາຍແດນໃກ້ ຄຽງ, ການພົວພັນຮ່ວມມືແບບ ພິເສດ ແລະເປັນເອກະລັກທ້ອງຖິ່ນ ອັນຫຼາກຫຼາຍລາຍການບົນຈິດໃຈມິດຕະພາບຢ່າງຄຶກຄື້ນມ່ວນຊື່ນ, ໂດຍໃຫ້ກຽດເຂົ້າຮ່ວມຮັບຊົມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມພັນລະຍາ, ທ່ານນາງ ບຸນນານ ບຸນນະແສງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວແຂວງອັດຕະປື, ທ່ານ ດັງຢາຢ໋ວນ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ, ກີລາ ແລະທ່ອງທ່ອງ ແຂວງດັກລັກ, ມີພະນັກງານການນຳຂອງແຂວງ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

 ------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ