ນໍ້າຕົກຕາດແກ້ງຍຸ້ຍ ຈຸດທ່ອງທ່ຽວທີ່ໜ້າປະທັບໃຈ

 ເວົ້າເລື່ອງສະຖານທີ່ທ່ອງທ່ຽວຢູ່ລາວຕ້ອງຍອມຮັບວ່າມີຫຼາກຫຼາຍສີສັນບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດເຊັ່ນ: ພູຜາປ່າໄມ້, ຫ້ວຍນໍ້າລຳເຊ, ທຳມະຊາດທີ່ສວຍສົດງົດງາມ, ຊຶ່ງນໍ້າຕົກຕາດແກ້ງຍຸ້ຍກໍເປັນສະຖານທີ່ໜຶ່ງທີ່ມີຄວາມໂດດເດັ່ນທາງທໍາມະຊາດ, ເປັນຈຸດທີ່ເຮັດໃຫ້ຫຼາຍຄົນມາທ່ຽວຊົມສະຖານທີ່ແຫ່ງນີ້, ສາຍລົມເຢັນໆໄດ້ຫອບອຸ້ມເອົາອາຍນໍ້າມາກະທົບຄີງເປັນໄລຍະເຖິງແມ່ນໃນຍາມຮ້ອນກໍຍັງປະກົດວ່າຮູ້ສຶກເຢັນສະບາຍ,ບວກກັບອາກາດສົດທີ່ທໍາມະຊາດສ້າງຂຶ້ນໃຕ້ຮົ່ມປ່າໄມ້ອັນຂຽວສະອຸ່ມຕະຫຼອດປີ.

  ນໍ້າຕົກຕາດແກ້ງຍຸ້ຍຫ່າງຈາກບ້ານນາດ້ວງປະມານ 2,7 ກິໂລແມັດ,ນໍ້າຕົກຕາດດັ່ງກ່າວແມ່ນຕົກລົງຈາກໜ້າຜາທີ່ມີຄວາມສູງໂດຍປະມານ32 ແມັດ ເປັນຕາດທີ່ເກີດຂຶ້ນຕາມທໍາມະຊາດໂດຍບໍ່ມີການປັ້ນແຕ່ງດັດແປງ, ແຫຼ່ງທ່ອງທ່ຽວດັ່ງກ່າວເໝາະແກ່ການເຮັດກິດຈະກຳຢ່າງປ່າເຮັດໃຫ້ຜູ້ຄົນມີຄວາມສົນໃຈໃນການໄປທ່ຽວຊົມທີ່ສະດຸດໃຈ.

ສະໜັບສະໜຸນໂດຍ: HONDA

 ນໍ້າຕົກຕາດແກ້ງຍຸ້ຍແຫ່ງນີ້ຍັງຄົງຄວາມງາມຂອງທໍາມະຊາດໄວ້ແບບດັ້ງເດີມ, ຫາກທ່ານໄດ້ເຂົ້າໄປໃນສະຖານທີ່ແຫ່ງນີ້ແລ້ວທ່ານຈະຮູ້ສຶກເຢັນສະບາຍເພາພື້ນທີ່ດັ່ງກ່າວປົກຄຸມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ຈໍານວນຫຼາຍແມ່ນແຕ່ຍາມແລ້ງກໍຍັງຮູ້ສຶກເຢັນສົດຊື່ນ, ສະຖານທີ່ທ່ອງທ່ຽວແຫ່ງນີ້ຄົງເປັນທີ່ຮູ້ຈັກກັນດີຂອງປະຊາຊົນຊາວແຂວງວຽງຈັນລວມເຖິງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫຼາຍໃນແຕ່ລະປີ.

----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ