ໂຮງຮຽນຊົນເຜົ່າອຸດົມໄຊ ໄດ້ຮັບເຄື່ອງຊ່ວຍເຫຼືອ

  ວັນທີ 3 ທັນວາ 2019 ທ່ານ ສົມຈັນ ພົນທະສິດ ຮັກສາການຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະ,ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຕ້ອນຮັບທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸ ດົມໄຊ, ມີທ່ານ ພອນສະຫວັນພັນທະວີຈິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ, ພ້ອມດ້ວຍບັນດາ ບໍລິສັດທີ່ໄດ້ນຳເອົາເຄື່ງມາຊ່ວຍ ເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ໃຫ້ໂຮງຮຽນຊົນເຜົ່າອຸດົມໄຊໃນ ຄັ້ງນີ້ປະກອບມີຜ້າຫົ່ມກັນໜາວ 500 ຜືນມູນຄ່າ 80 ລ້ານກີບຈາກບໍລິສັດ ໄຊຈະເລີນຊັບ ການລົງທຶນຈໍາກັດ, ເຄື່ອງດົນຕີ 1 ຊຸດມູນຄ່າ 30 ລ້ານກີບ ຈາກບໍລິສັດ ສີສັນຈະເລີນກຣຸບນະຄອນຫຼວງ ວຽງຈັນ,ອຸປະກອນການຮຽນ ແລະ ອຸປະກອນກີລາມູນຄ່າ 3,35 ລ້ານ ກີບ ຈາກໂຮງຮຽນມິດຕະພາບລາວ-ຈີນ ແຂວງອຸດົມໄຊ, ແພ ເສື້ອນັກຮຽນ 80 ແມັດ ມູນຄ່າ 3 ລ້ານກີບ ຈາກໂຮງງານເຟີນິເຈີ ແຂວງອຸດົມໄຊ, ອຸປະກອນການຮຽນມູນຄ່າ 1 ລ້ານກວ່າກີບ ຈາກ ບໍລິສັດ ລືໄຊການຄ້າ ຈຳກັດ ແຂວງອຸດົມໄຊ ລວມມູນຄ່າທັງໝົດ117,4 ລ້ານກີບຊຶ່ງ ຕາງໜ້າ ກ່າວມອບໂດຍທ່ານ ຄຳພັນ ເຜີຍ ຍະວົງ ເຈົ້າແຂວງອຸດົມໄຊ ແລະ ກ່າວຮັບໂດຍທ່ານ ສົມຈັນ ພົນ ທະສິດ ຮັກສາການຜູ້ ອຳນວຍການໂຮງຮຽນ.

ໃນໂອກາດດັ່ງກ່າວທ່ານເຈົ້າ ແຂວງຍັງໄດ້ໂອ້ລົມຕໍ່ພະນັກງານ-ຄູ-ອາຈານ ແລະນ້ອງນັກຮຽນ ຊຶ່ງທ່ານ ໄດ້ຮຽກຮ້ອງໃຫ້ທາງໂຮງຮຽນຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານບໍລິຫານໂຮງຮຽນ ໂດຍສະເພາະແມ່ນວຽກງານການ ຮຽນ-ການສອນປະຕິບັດຕາມ 3 ລັກສະນະ ແລະ5 ຫຼັກມູນການສຶກສາໃຫ້ໄດ້ຮັບຜົນດີ ແລະສ້າງໃຫ້ໂຮງຮຽນເປັນໂຮງຮຽນຕົວແບບທາງດ້ານພະລະ ແລະສີລະປະວັນນະຄະດີ ຂອງແຂວງ ກໍ່ຄືຂອງກະຊວງສຶກສາທິການ ແລະກີລາວາງອອກ, ກໍ່ສ້າງລູກຫລານນັກຮຽນບັນດາເຜົ່າໃຫ້ມີຄຸນສົມບັດດີ, ຮຽນເກັ່ງເສັງໄດ້, ເປັນຜູ້ສືບທອດພະລະກິດຂອງຊາດທີ່ດີໃນຕໍ່ໜ້າ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ