ຄຳມ່ວນ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ

   ພິທີປະກາດແຂວງຄຳມ່ວນ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງທົ່ວແຂວງຈັດຂຶ້ນໃນວັນທີ 5 ທັນວາ 2019 ທີ່ສະໂມສອນຫຼັກ 4 ຂອງແຂວງໂດຍເປັນກຽດເຂົ້າ ຮ່ວມມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ມີບັນດາການນຳຈາກແຂວງ ບໍລິຄຳໄຊ, ແຂວງສະຫວັນນະເຂດ, ການນຳໃນ 10 ຕົວເມືອງຂອງແຂວງ, ພະແນກການອ້ອມຂ້າງຕະຫຼອດເຖິງພະນັກງານຄູ-ອາຈານ ແລະນ້ອງນັກຮຽນຈາກໂຮງຮຽນຕ່າງໆເຂົ້າຮ່ວມ.

  ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງຄຳມ່ວນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານບຳລຸງມັດທະຍົມສຶກສາຕອນຕົ້ນປະຊາຊົນໃນທົ່ວແຂວງຊຶ່ງວຽກງານການສຶກສານອກໂຮງຮຽນແມ່ນວຽກງານທີ່ມີຄວາມຫຍຸ້ງຍາກ ແລະສັບສົນເພາະກຸ່ມເປົ້າໝາຍສ່ວນຫຼາຍແມ່ນຜູ້ໃຫຍ່, ເປັນແຮງງານຕົ້ນຕໍຂອງຄອບຄົວ, ເປັນຜູ້ທຳການຜະລິດສ້າງເສດຖະກິດຄອບຄົວໂດຍກົງເຮັດໃຫ້ການເຕົ້າໂຮມກຸ່ມເປົ້າໝາຍ ແລະຈັດການຮຽນ-ການສອນບຳລຸງມີຄວາມຫຍຸ້ງຍາກແຕ່ຍ້ອນໄດ້ຮັບການຊີ້ນຳ-ນຳພາ ແລະການເອົາໃຈໃສ່ຈາກຄະນະພັກ ແລະອຳນາດການປົກຄອງໃນທຸກຂັ້ນຈຶ່ງເຮັດໃຫ້ວຽກງານດັ່ງກ່າວດຳເນີນໄປດ້ວຍໝາກຜົນສຳເລັດ.

ສະໜັບສະໜຸນໂດຍ: HONDA

  ໃນທົ່ວແຂວງມີປະຊາກອນໃນກຸ່ມເກນອາຍຸ 15-35 ປີ ຈໍານວນ 141.764 ຄົນໃນນັ້ນມີກຸ່ມເປົ້າໝາຍເຂົ້າຮຽນບໍາລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນ 12.501 ຄົນ, ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ໂດຍມີນັກຮຽນເຂົ້າຮຽນຕົວຈິງ ແລະສອບເສັງຈົບຊັ້ນໄດ້ 12.030 ຄົນ ເທົ່າກັບ 96,23% ທຽບໃສ່ລະດັບຄາດໝາຍຂອງກະຊວງສຶກສາທິການ ແລະກີລາວາງອອກແມ່ນບັນລຸໄດ້ຕາມແຜນ.

  ປະຈຸບັນໃນທົ່ວແຂວງມີໂຮງຮຽນລ້ຽງເດັກ-ອະນຸບານທັງໝົດ 204 ແຫ່ງ,ມີຈຳນວນນັກຮຽນ 12 ພັນຄົນ,ອັດຕາການເຂົ້າຮຽນ 3-5 ປີ ເທົ່າກັບ 53,6%, ໂຮງ ຮຽນປະຖົມມີ 648 ແຫ່ງ, ຈຳນວນນັກຮຽນ 46 ພັນຄົນ, ອັດຕາການເຂົ້າຮຽນສຸດທິເທົ່າກັບ 100,2%, ໂຮງຮຽນມັດທະຍົມສຶກສາ 137 ແຫ່ງ ໃນນັ້ນມັດທະ ຍົມສຶກສາຕອນຕົ້ນ 74 ແຫ່ງ, ມີນັກຮຽນ 24 ພັນຄົນ, ອັດຕາການເຂົ້າຮຽນ 79,5%, ໂຮງຮຽນມັດທະຍົມສົມບູນ ແລະຕອນປາຍ 63 ແຫ່ງ, ຈຳນວນນັກຮຽນ 12 ພັນຄົນ, ອັດຕາການເຂົ້າຮຽນ 48,5%.

  ໃນໂອກາດການຈັດພິທີປະກາດ ແຂວງຄຳມ່ວນ ເປັນແຂວງຈົບຊັ້ນມັດທະຍົມສຶກສາຕອນຕົ້ນຄັ້ງນີ້ຍັງໄດ້ປະດັບຫຼຽນໄຊ, ຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ແກ່ກົມກອງ ແລະບຸກຄົນທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານດັ່ງກ່າວຈາກນັ້ນທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາ ແລະທ່ານເຈົ້າແຂວງຄຳມ່ວນກໍ່ໄດ້ຮ່ວມຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອປະກາດເອົາແຂວງຄຳມ່ວນ ເປັນແຂວງຈົບຊັ້ນມັດທະຍົມສຶກສາຕອນຕົ້ນຢ່າງເປັນທາງການ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ