ຮູບເງົາເລື່ອງອາວາຕາ 2 ປິດກ້ອງແລ້ວ ລໍຖ້າອີກ 2 ປີໄດ້ຊົມ

 ຮູບເງົາໃຫຍ່ລະດັບໂລກ ອາວາຕາ 2 (Avatar2) ປິດ ກ້ອງການຖ່າຍທຳໄປເປັນທີ່ຮຽບ ຮ້ອຍແລ້ວ ແລະຮູບເງົາຈະໃຊ້ເວລາ ເຮັດເຕັກນິກພິເສດອີກປະມານ 2 ປີກ່ອນຈະເຂົ້າສາຍທ້າຍປີ  2021.

ຜູ້ສ້າງຮູບເງົາເລື່ອງ Ava tar2 ໄດ້ປະກາດຜ່ານໂຊຊຽວວ່າ ຂະນະນີ້ຂັ້ນຕອນການຖ່າຍທຳຂອງຮູບເງົາໄດ້ສຳເລັດລົງແລ້ວ ນີ້ຄືຮູບພາບສຸດທ້າຍຂອງການ ຖ່າຍທຳ ຊຶ່ງເປັນຮູບພາບຂອງເຮືອ ດຳນໍ້າທີ່ຊື່ວ່າມັງກອນທະເລ SeaDragon) ຊຶ່ງຮູບເງົາພາກນີ້ຈະເນັ້ນສາກໃຕ້ນໍ້າຢ່າງທີ່ຜູ້ກຳກັບ ມັກ, ໂດຍຮູບເງົາເລື່ອງ Avatar ຄອງຕຳແໜ່ງຮູບເງົາສ້າງລາຍໄດ້ຕະຫຼອດການຂອງໂລກມາດົນເຖິງ 10 ປີ ກ່ອນຈະຖືກຮູບເງົາເລື່ອງ Avengers:Endgame ຂຶ້ນ ຄອງແຊັມໃນບໍ່ທໍ່ໃດເດືອນທີ່ຜ່ານ ມາແຕ່ກອ່ນເຄີຍວາງແຜນເອົາໄວ້ທີ່ທ້າຍປີ 2020 ແຕ່ເພາະເລື່ອງ ການເຮັດເຕັກນິກພິເສດ ຈຶ່ງເຮັດ ໃຫ້ຮູບເງົາເລື່ອນສາຍມາເປັນ ເດືອນທັນວາປີ 2021, ຊຶ່ງຮູບ ເງົາ Avatar 2 ຈະເປັນຮູບເງົາ ຕອນທຳອິດໃນເລື່ອງລາວທີ່ ເຈມ ຄາເມຣອນ ວາງໂຄງການເອົາໄວ້ ຢ່າງຍິ່ງໃຫຍ່ເຖິງ 4 ຕອນຈົບ ໂດຍ ຮູບເງົາຈະມີ  ໂຊອີ  ຊັລດານາ, ແຊມ ເວິທິງຕັນ, ໂຈວານນີ ຣິບິຊີ, ຊິເກີນີ ວີເວີ ແລະອື່ນໆຮ່ວມສະແດງ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ