ຫຼວງນໍ້າທາ ເປີດນຳໃຊ້ຫໍກອງວັດສາມັກຄີໄຊ

  ຄະນະໜ່ວຍສາມັກຄີຊາວພຸດ ແຂວງຫຼວງນໍ້າທາ ໄດ້ເປີດນຳໃຊ້ຫໍກອງວັດສາມັກຄີໄຊຢ່າງເປັນທາງການໃນວັນທີ 30 ພະຈິກຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າໜ່ວຍສາມັກຄີຊາວພຸດ ແລະ ເຈົ້າຂອງສັດທາວັດຖຸປັດໄຈ.

  ທ່ານ ນາງ ບານເຢັນ ມະຫາລາດ ຫົວໜ້າໜ່ວຍສາມັກຄີຊາວພຸດກ່າວວ່າ: ໂຄງການກໍ່ສ້າງຫໍກອງແມ່ນນອນຢູ່ໃນແຜນພັດທະນາກໍ່ສ້າງວັດສາມັກຄີໄຊແມ່ນແບບທີ່ດັດແກ້ຈາກຫໍກອງວັດລາວພຸດທະຄະຍາຊຶ່ງແມ່ນວິຊາການຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ຮ່ວມກັບເຈົ້າອະທິວັດ ແລະ ຄະນະອຸປະຖຳວັດເປັນຜູ້ຄົ້ນຄວ້າຄິດໄລ່ອອກແບບການກໍ່ສ້າງ, ໂດຍການເຫັນດີເປັນເຈົ້າພາບເຈົ້າສັດທາທຶນການກໍ່ສ້າງຈາກຄະນະໜ່ວຍສາມັກຄີຊາວພຸດວັດສາມັກຄີໄຊ ແລະຜູ້ທີ່ມີຈິດໃຈ ເຫຼືອມໃສສັດທາປະກອບສ່ວນວັດຖຸ ແລະປັດໄຈທາງດ້ານທຶນຮອນເຂົ້າໃນການສ້າງຫໍກອງ,ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 11 ພະຈິກ 2018 ເຖິງວັນທີ 11 ພະ ຈິກ 2019 ແມ່ນສໍາເລັດດ້ວຍມູນຄ່າການກໍ່ສ້າງທັງໝົດ 261,82 ລ້ານກີບ.

ສະໜັບສະໜຸນໂດຍ: HONDA

  ສະນັ້ນຄະນະໜ່ວຍສາມັກຄີຊາວພຸດ ແຂວງຫຼວງນໍ້າທາ ຜູ້ເປັນເຈົ້າສັດທາຈຶ່ງໄດ້ຖວາຍຫໍກອງດັ່ງກ່າວໃຫ້ແກ່ພະສົງວັດສາມັກຄີໄຊເພື່ອນໍາໃຊ້ເຂົ້າໃນພິທີການຕ່າງໆຂອງວັດຕາມຮີດຄອງປະເພນີ, ນອກຈາກນີ້ໃນພິທີອອກຕົນຍາດໂຍມກໍ່ໄດ້ຮ່ວມກັນເຮັດບຸນໃສ່ບາດຢາດນໍ້າຕາມຮີດຄອງປະເພນີທີ່ຊາວພຸດທະສາສະໜາໄດ້ປະຕິບັດກັນມາ.

  ໂອກາດດັ່ງກ່າວທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາກໍ່ໄດ້ໃຫ້ກຽດລັ່ນຄອງເກົ້າບາດເພື່ອເປີດນຳໃຊ້ຫໍກອງຢ່າງເປັນທາງການ.

-------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ