ສັບພະຄຸນທາງຢາຂອງໝາກໂມອ່ອນ

  ໝາກໂມອ່ອນອຸດົມໄປດ້ວຍວິຕາມິນເຊ ແລະ ຟົດສະຟາດ ໝາກໂມອ່ອນ 100 ກຣາມໃຫ້ພະລັງ ງານ 11 ກິໂລແຄລໍຣີ ປະກອບດ້ວຍໂປຣຕີນ 0,4 ກຣາມ, ໄຂມັນ 0,1 ກຣາມ, ຄາໂບໄຮເດຣດ 2,2 ກຣາມ, ແຄລຊຽມ 2 ມີລີກຣາມ, ທາດເຫຼັກ 0,4 ມິນລີກຣາມ, ວິຕາມິນບີ 1 ແລະບີ 2 ມີ 0,03 ມີລີ ກຣາມ, ໄນອາຊິນ 0,3 ມີລີກຣາມ ແລະວິຕາມິນເຊ 28 ມີລີກຣາມ ເໝາະເປັນອາຫານຫຼຸດຄວາມອ້ວນເພາະໃຫ້ພະລັງງານຕໍ່າສານອາຫານທີ່ຂ້ອນຂ້າງ ໜ້ອຍແຕ່ລົດຊາດທີ່ເຢັນຂອງໝາກໂມກໍຊ່ວຍໃນ ເລື່ອງລະບົບຂັບຖ່າຍ ແລະລະບົບຍ່ອຍອາຫານ.

ນອກຈາກນີ້ ຮາກໃຊ້ກິນແກ້ອາການຕົກເລືອດ ຂອງແມ່ຍິງລຸລູກ, ໃບໃຊ້ຊົງເປັນຢາຫຼຸດໄຂ້, ໝາກມີ ຄຸນສົມບັດເປັນຢາເຢັນຊ່ວຍລະບາຍຂັບປັດສະວະ, ຊ່ວຍຍ່ອຍອາຫານ, ແກ້ເບົາຫວານ ແລະດີຊາງ, ເມັດມີໂປຣຕີນສູງຊ່ວຍບໍາລຸງຮ່າງກາຍ, ປອດ ແລະສະ ໝອງ ແລະເປືອກນໍາໄປຕົ້ມກັບນໍ້າຕານດື່ມແກ້ອາ ການເຈັບຄໍ ຫຼື ຈະນໍາໄປປິ້ງໄຟແລ້ວບົດເປັນຜົງທາບາດແຜໃນປາກ, ເມັດເປັນຢາເຢັນແກ້ຂັບປັດສະວະ ບໍາລຸງຮ່າງກາຍ ແລະເປັນຢາລະບາຍອ່ອນໆ.

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ