ຫວັງອີ້ປໍ ກັບການພິສູດຄວາມສາມາດ ຈົນກາຍເປັນຄົນດັງແຫ່ງປີ

 ຖືເປັນອີກໜຶ່ງໜຸ່ມທີ່ໂດ່ງ ດັງໃນປີ 2019 ຈົນເອີ້ນໄດ້ວ່າເປັນປີຄຳຂອງລາວເລີຍກໍວ່າໄດ້ ຫວັງອີ້ປໍ 2019 ຈະປະສົບຄວາມສຳເລັດຫຼາຍໜ້ອຍພຽງໃດ ແລະມີຫຍັງທີ່ເປັນຜົນງານທີ່ໜ້າຈົດຈຳຂອງຫວັງອີ້ປໍ 2019 ເຮົາໄປຮູ້ ຈັກກັນເລີຍ.

ໜຸ່ມຫວັງອີ້ປໍ ເຂົ້າວົງການມາໃນຖານະໄອດໍບອຍແບນ ສ.ເກົາ ຫຼີວົງ UNIQ ປະກອບມີສະມາຊິກທັງໝົດ 5 ຄົນ ເດບີວໃນປີ 2014 ແລະມີຜົນງານທີ່ໄດ້ຮັບ ການຕອບຮັບຢ່າງຫຼວງຫຼາຍ ໂດຍຈຸດເລີ່ມຕົ້ນຂອງເສັ້ນທາງໃນວົງ ການບັນເທິງນັ້ນເລີ່ມມາຈາກຕອນ ທີ່ຫວັງອີ້ປໍຮຽນຢູ່ຊັ້ນ ມ2 ປີ 2011 ແລະໄດ້ເຂົ້າຮ່ວມແຂ່ງຂັນລາຍ ການ I’m the BEST DANCER ຈົນໄດ້ກາຍເປັນ 16 ຄົນສຸດທ້າຍ ຂອງກຸ່ມຮິບຮ໊ອບ ແລະໄດ້ເຂົ້າເປັນເດັກຝຶກວຽກຂອງຄ່າຍ YH En tertainment.

 ນອກຈາກຄວາມສຳເລັດໃນ ດ້ານງານເພງຫວັງອີ້ປໍ ກຳຍັງເດີນ ໜ້າສະແດງຮູບເງົາຫຼາຍເລື່ອງ ພ້ອມທັງຮັບໜ້າທີ່ພິທີກອນ, ເອີ້ນ ໄດ້ວ່າ ຫວັງອີ້ປໍ ເປັນອີກໜຶ່ງໜຸ່ມ ທີ່ໂດດເດັ່ນຢູ່ໃນວົງການບັນເທິງ ມາດົນນານຈົນປີ 2019 ກັບຊີຣີຈີນເລື່ອງ The Untamed ຊີຣີ ຈີນດັດແປງບົດຈາກນິຍາຍຂາຍດີ Mo Dao Zu Shi ຂອງນັກ ຂຽນຊື່ດັງມໍຊຽງກົງໂຊ່ວ ນໍາສະແດງໂດຍ ຊຽວຈ້ານ ແລະຫວັງອີ້ ປໍ ປະສົບຄວາມສຳເລັດຫຼາຍຈົນ ເຮັດໃຫ້ຫວັງອີ້ປໍ 2019 ໂດ່ງດັງ ກວ່າເກົ່າອີກ, ນອກຈາກຊີຣີຈີນທີ່ ສົ່ງຜົນເຮັດໃຫ້ຫວັງອີ້ປໍໂດ່ງດັງ ແລ້ວກໍຍັງອີກບົດບາດນັ້ນກໍຄືນັກ ແຂ່ງລົດຈັກອາຊີບ.

ດ້ວຍຄວາມສາມາດ ແລະ ຄວາມມຸ່ງໝັ້ນຂອງຫວັງອີ້ປໍ ເຊື່ອ ວ່າຄວາມໂດ່ງດັງຂອງຫວັງອີ້ປໍ ຈະບໍ່ຢຸດພຽງໃນປີນີ້ແນ່ນອນໃນປີ ຕໍ່ໆໄປເຮົາອາດໄດ້ເຫັນບົດບາດ ໃໝ່ໆທີ່ທ້າທາຍຄວາມສາມາດຂອງ ຜູ້ຊາຍຄົນນີ້ຫຼາຍຍິ່ງຂຶ້ນແຟນໆ ຕ້ອງຄອຍຕິດຕາມ ແລະເປັນກຳລັງ ໃຈໃຫ້ກັບໜຸ່ມຄົນນີ້ຫຼາຍເດີໆເດີ.

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງ