ຜາແຈັດແລັດ ແຫຼ່ງທ່ອງທ່ຽວເມືອງຮົ່ມ

   ແຂວງໄຊສົມບູນ ຖືເປັນແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງ ແລະສວຍງາມເປັນທີ່ນິຍົມຊົມຊອບຂອງບັນດານັກທ່ອງທ່ຽວຊຶ່ງປະກອບດ້ວຍສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແລະວັດທະນະທໍາ, ຊຶ່ງມີຮ່ອງຮອຍປະຫວັດສາດທີ່ໜ້າສົນໃຈຫຼາຍໆບ່ອນບໍ່ວ່າຈະເປັນນໍ້າຕົກຕາດຜາແຈັດແລັດພູເບ້ຍ ແລະສະຖານທີ່ແຫ່ງອື່ນໆ.

  ບັນດາແຫຼ່ງທ່ອງທ່ຽວແຂວງເຫຼົ່ານີ້ລ້ວນແລ້ວແຕ່ເປັນສະຖານທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະຕ່າງແຂວງ ແລະນັກທ່ອງທ່ຽວຕ່າງປະເທດເປັນສ່ວນໃຫຍ່ເພາະບັນດາສະຖານທີ່ທ່ອງທ່ຽວທີ່ກ່າວມານັ້ນເປັນສະຖານທີ່ພັກຜ່ອນແບບສະບາຍດ້ວຍການຫຼິ້ນນໍ້າກັນຢ່າງຄຶກຄື້ນມ່ວນຊື່ນ, ນອນພັກຜ່ອນໃນພະລານຫີນ, ໃຕ້ຮົ່ມໄມ້ຍິ່ງຖ້າໄດ້ປູສາດນັ່ງກິນເຂົ້າທ່າມກາງບັນຍາກາດອັນສົດຊື່ນແລ້ວຍິ່ງໜ້າປະທັບໃຈ.

  ນໍ້າຕົກຕາດຜາແຈັດແລັດເປັນຫ້ວຍນໍ້າທີ່ໄສເຢັນໄຫຼຜ່ານຕາມສາຍພູຊຶ່ງມີສາຍນໍ້າທີ່ໄຫຼຕັດພູທີ່ມີຄວາມຍາວປະມານ 8 ກິໂລແມັດ, ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມທາງດ້ານທິວທັດທໍາມະຊາດປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມເຮັດໃຫ້ອາກາດເຂດນີ້ມີຄວາມສົດຊື່ນແຈ່ມໃສດີຈຶ່ງກາຍເປັນສະຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈໍານວນບໍ່ໜ້ອຍ,ນໍ້າຕົກຕາດຜາແຈັດແລັດຕັ້ງຢູ່ບ້ານນໍ້າຄຽນ ເມືອງຮົ່ມ ແຂວງໄຊສົມບູນ ຫ່າງຈາກເທສະບານເມືອງ 38 ກິໂລແມັດ.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ