ວັດຊຽງຄວນສ້າງວຽກໃຫ້ປະຊາຊົນອ້ອມຂ້າງ

  ສວນວັດທະນະທຳຊຽງຄວນເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງນະຄອນຫຼວງວຽງຈັນທີ່ກຳລັງກາຍເປັນທີ່ສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດປະຈຸບັນໄດ້ມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາທ່ຽວຊົມໃນແຕ່ລະວັນບໍ່ຂາດສາຍໂດຍລວມແລ້ວບັນຍາກາດຂອງການທ່ອງທ່ຽວແມ່ນມີຄວາມຄຶກຄື້ນດີນອກນັ້ນສວນວັດທະນະທຳຊຽງຄວນຍັງໄດ້ປະກອບສ່ວນໃນການສ້າງເສດຖະກິດຂອງເມືອງເປັນຕົ້ນການສ້າງວຽກເຮັດງານທຳໃຫ້ປະຊາຊົນອ້ອມຂ້າງໃກ້ຄຽງອີກດ້ວຍ.

  ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດທ່ອງທ່ຽວ ແລະການລົງທຶນສາກົນລາວຈຳກັດ ແລະ ບໍລິສັດສວນວັດທະນະທຳຊຽງຄວນຈຳກັດຜູ້ດຽວໃນນາມຜູ້ສຳປະທານໄດ້ປະກອບຄຳເຫັນຕໍ່ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຂອງພາກທຸລະກິດເຂົ້າສູ່ເມືອງຫາດຊາຍຟອງແລະເມືອງນາຊາຍທອງທີ່ຈັດຂຶ້ນເມື່ອວັນທີ 29 ພະຈິກຜ່ານມາວ່າ: ພາຍຫຼັງທີ່ໄດ້ຮັບອະນຸຍາດຈາກພາກລັດໃຫ້ບູລະນະສະຖານທີ່ສຳຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງເມືອງ ຫາດຊາຍຟອງໃນວັນທີ 24 ສິງຫາ 2017 ໄດ້ມີການເຊັນສັນຍາສຳປະທານ ແລະເລີ່ມລົງມືກໍ່ສ້າງໂດຍໄດ້ສຸມສະຕິປັນຍາ,ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງເຊັ່ນ: ການກໍ່ສ້າງເບຕົງຫາແຄມຂອງ, ວາງທໍ່ລະບາຍ ນໍ້າໃນສວນ 4 ເລນ, ເທພື້ນທາງຍ່າງ, ກໍ່ສ້າງກຳແພງ, ສະຖານທີ່ຈອດລົດ, ເວທີການສະແດງ ແລະສິ່ງອຳນວຍຄວາມສະດວກອື່ນໆອີກ.

ສະໜັບສະໜຸນໂດຍ: HONDA

ພ້ອມກັນນັ້ນຍັງກໍ່ສ້າງປະຕູໂຂງທີ່ແຕກຕ່າງດ້ວຍລວດລາຍວັດທະນະທຳລາວໃຫ້ກົມກືນກັບສະຖານທີ່ທ່ອງທ່ຽວໂດຍຈະເປີດໃຊ້ໃນເດືອນກຸມພາ 2020, ທັງນີ້ຍັງພວມດຳເນີນແຜນພັດທະນາເຮັດກັນເຈື່ອນດ້ານລຸ່ມຂອງສວນເພື່ອກໍ່ສ້າງຮ້ານອາຫານຈຸດຊົມວິວ ແລະສິ່ງອຳນວຍຄວາມສະດວກອີກຫຼາຍດ້ານເພື່ອຮອງຮັບນັກທ່ອງທ່ຽວ, ປະຈຸບັນໄດ້ນຳໃຊ້ທຶນເຂົ້າໃນການພັດທະນາແລ້ວປະມານ 2,8 ລ້ານໂດລາ ແລະຈະສືບຕໍ່ພັດທະນາໃຫ້ແລ້ວຕາມແຜນ 5 ປີ.

  ທ່ານ ນາງ ສ້ອຍສຸດາ ອິນເມືອງ ໄຊກ່າວຕື່ມວ່າ: ສວນວັດທະນະທຳຊຽງຄວນຍັງໄດ້ສ້າງວຽກເຮັດງານທຳໃຫ້ຄົນໃນທ້ອງຖິ່ນມີວຽກເຮັດໃຫ້ລູກໃນບ້ານຫຼານໃນສວນໄດ້ພັດທະນາຄວາມຮູ້ຄວາມສາມາດ, ສ້າງລາຍຮັບເຂົ້າໃນຄອບຄົວໂດຍມີນະໂຍບາຍໃຫ້ປະຊາຊົນທ້ອງຖິ່ນເປັນຫຼັກປະຈຸບັນບຸກຄະລາກອນໃນບໍລິສັດສວນວັດທະນະທຳຊຽງຄວນມີ 75 ຄົນ ລວມທັງທະຫານຍາມ 6 ຄົນ ນອກນັ້ນຍັງໄດ້ປະກອບສ່ວນພັດທະນາປະເທດຊາດໃນດ້ານການມອບພັດທະອາກອນ ແລະ ຊ່ວຍເຫຼືອສັງຄົມອີກ ດ້ວຍ.

  ໃນໄລຍະຜ່ານມາສວນວັດທະນະທຳຊຽງຄວນໄດ້ຕ້ອນຮັບແຂກການນຳຂັ້ນສູງຈາກຫຼາຍປະເທດເຊັ່ນ: ປະເທດຫວຽດນາມ 7 ຄັ້ງ, ສປ ຈີນ 4 ຄັ້ງ, ຣັດເຊຍ 2 ຄັ້ງ, ຟິລິບປິນ 2 ຄັ້ງ, ປະເທດໄທ 2 ຄັ້ງ ແລະແຂກລັດຖະບານລາວອີກຫຼາຍຄັ້ງ, ນັກຮຽນມາທັດສະນະ 98 ຄັ້ງໃນນີ້ກໍມີພາກລັດ ແລະເອກະຊົນປະຈຸບັນນີ້ເຫັນວ່ານັກທ່ອງທ່ຽວມາທ່ຽວຊົມສະຖານທີ່ສວນວັດທະນະທຳຊຽງຄວນນັບມື້ນັບຫຼາຍຂຶ້ນ.

__________

ຂຽນໂດຍ: ສະເຫຼີມໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444