ຮ້ານຄຳ ສີຫອມມີສຸກ ຈັບສະຫຼາກມອບໂຊກໃຫ້ລູກຄ້າ

 ຮ້ານຄຳສີຫອມມີສຸກ SMJ ຮ່ວມກັບ WCG DIAMOND ແລະ AIDA Lao Jewelry ຈັດກິດຈະກຳມອບໂຊກປີທີ 6 ເພື່ອເປັນການຂອບໃຈລູກຄ້າທີ່ໃຫ້ການສະໜັບສະໜູນຕະຫຼອດມາຜ່ານການຈັດຄອນເສີດໂດຍນໍານັກຮ້ອງຈາກພາຍໃນ ແລະ ປະເທດເພື່ອນບ້ານເຂົ້າຮ່ວມຢ່າງມ່ວນຊື່ນກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2019 ທີ່ສູນການຄ້າເວີເທຣດເຊັນເຕີນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ວິໄລສັກ ສຸລິຈັນ ຜູ້ກໍ່ຕັ້ງ ແລະຜູ້ບໍລິຫານຮ້ານຄຳສີຫອມມີສຸກ SMJ, ທ່ານນາງ ສຸພາກອນ ປີຊາ ຜູ້ບໍລິຫານ WCG DIAMOND, ທ່ານນາງ ບົວທອງ ສຸລິຈັນ ຜູ້ກໍ່ຕັ້ງ ແລະຜູ້ບໍລິຫານ AIDA Lao JeweIry ພ້ອມດ້ວຍມວນຊົນ ແລະບັນແຂກທີ່ຖືກເຊີນເຂົ້າຮ່ວມ.

  ທ່ານ ວິໄລສັກ ສຸລິຈັນ ກ່າວວ່າ: ຮ້ານຄຳສີຫອມມີສຸກ SMJ ຢູ່ຄຽງຄູ່ສັງຄົມລາວມາຫຼາຍກວ່າ 10 ປີ ໂດຍມີສະໂລແກນວ່າ: “ຄຸນຄ່າທີ່ເໜືອລາຄາແລະມີຄອນເຊັບວ່າ: “One stop shopping” ຄືມາບ່ອນດຽວຄົບທຸກຢ່າງເລື່ອງເຄື່ອງປະດັບທັງຮັບອອກແບບ ແລະສ້ອມແປງເຄື່ອງປະດັບທຸກປະເພດກິດຈະກໍາດີມອບໂຊຄັ້ງນີ້ເປັນປີທີ 6 ແຈກລາງວັນ 70 ກວ່າລາຍການ ແລະລວມມູນຄ່າ100 ກວ່າລ້ານກີບ ຊຶ່ງປີນີ້ໄດ້ມີການມອບຄວາມສຸກຜ່ານການຈັດງານຄອນເສີດແຈກໂຊກມອບຄວາມ ສຸກໂດຍຜ່ານສິລະປິນນັກຮ້ອງສັກວົງເຊວ, ພະລະພົນພົນກອງແສງ, ແນັບເຣດໂທສະເປັກ ແລະ ຍັງມີການວາງສະແດງລົດລຸ້ນເກົ່າທີ່ຫາເບິ່ງໄດ້ຍາກສຳລັບຜູ້ໂຊກດີໄດ້ຮັບລາງວັນໃຫຍ່ຄຳ 1 ບາດ 2 ລາງວັນໄດ້ແກ່: ທ່ານ ຈັນທະສິນ ພັນດານຸວົງ ແລະທ່ານ ນາງ ມີນາ ດວງດາລາ, ລາງວັນແຫວນເພັດແທ້ໄດ້ແກ່: ທ່ານ ເລ້ ຈັນທິ ລາດ ແລະລາງວັນລົດຈັກ Honda Wave 100 ໄດ້ແກ່: ທ່ານ ບູ້.

ສະໜັບສະໜຸນໂດຍ: HONDA

  ນອກຈາກນີ້ຍັງມີລາງວັນເຄື່ອງໃຊ້ໄຟຟ້າ ແລະລາງວັນອື່ນໆອີກດ້ວຍພິເສດປີນີ້ຍັງໄດ້ມີການປະມູນແຫວນເພັດແທ້ມູນຄ່າ 21 ລ້ານກີບ ໂດຍສາມາດປະມູນໄດ້ 18 ລ້ານກີບ ພ້ອມທັງມີການສົມທົບທຶນຈາກທາງຮ້ານ ແລະໝູ່ເພື່ອນໄປມອບເປັນອຸປະກອນການຮຽນ, ອຸປະກອນການກີລາ ແລະ ມອບຫ້ອງນໍ້າໃຫ້ນ້ອງນັກຮຽນຢູ່ໂຮງຮຽນໝາກຮຽວບ້ານ ປາກຮຽວ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ປະຈຸບັນຮ້ານຄຳສີຫອມມີສຸກ SMJ ມີ 2 ສາຂາຄື: ຕະຫຼາດເຊົ້າມໍ 2 ແລະສູນການຄ້າວຽງ ຈັນເຊັນເຕີ.

___________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444