ຫົວເຫວີຍ P40 ຊີຣີກຽມເປີດໂຕເຖິງວ່າເມັຕ 30 ຊີຣີ ຍັງມີບັນຫາ

  ດັ່ງທີ່ຮູ້ກັນດີວ່າບັນຫາລະຫວ່າງ ສປ ຈີນກັບອາເມລິກາຍັງຍືດເຍື້ອແລະເບິ່ງແລ້ວອາດຈະຈົບຍາກຄວາມຄືບໜ້າເຫດການຫຼ້າສຸດຄືລັດຖະບານອາເມລິກາໄດ້ອອກໃບອະນຸມັດໃຫ້ Huawei ອີກ 90 ວັນ Microsoft ສາມາດເຮັດການຄ້າກັບ Huawei ໄດ້ແລ້ວສ່ວນທາງ Google ຍັງງຽບຢູ່ນັ້ນເຮັດໃຫ້ສະມາດໂຟນ Mate 30 ີຣີຍັງຄົງບໍ່ມີ Google Services ຕໍ່ໄປ.

  ຫຼ້າສຸດລາຍງານຂ່າວລະບຸວ່າຫົວເຫວີຍວາງແຜນທີ່ຈະເປີດໂຕສະມາດໂຟນເຮືອທຸງຊີຣີ P40 ຄື P40 ແລະ P40 Pro ໃນຕົ້ນປີ 2020 ຶ່ງເປັນລາຍງານຄ່ອນຂ້າງໜ້າຄິດຈາກການພິຈາລະນາສະຖານະການຂອງ Mate 30 ຊີຣີ ທີ່ຍັງບໍ່ທັນດີແຕ່ຫົວເຫວີຍຍັງເລືອກເດີນໜ້າເປີດໂຕເຮືອທຸງລຸ້ນໃໝ່ຂອງຕົວເອງຕໍ່ໄປ.

  Huawei Mate 30 ຊີຣີຍັງບໍ່ໄດ້ວາງຈຳໜ່າຍທົ່ວໂລກຢ່າງຈິງຈັງເນື່ອງຈາກບັນຫາສົງຄາມການຄ້າເຮັດໃຫ້ Huawei ບໍ່ໄດ້ໃຊ້ງານ Google Services ກັບສະມາດໂຟນເຮືອທຸງລຸ້ນຫຼ້າສຸດເປັນເຫດໃຫ້ Huawei ຕ້ອງຊຸກຍູ້ Huawei Mobile Services ຂອງຕົວເອງແຕ່ສຳລັບຜູ້ໃຊ້ງານໃນຈີນບໍ່ໄດ້ຮັບຜົນກະທົບໃດໆທັງນັ້ນເພາະເດີມກໍບໍ່ມີແອັບ ແລະ ບໍລິການຕ່າງໆຂອງ Google ໃຫ້ໃຊ້ງານຕັ້ງແຕ່ຕົ້ນແລ້ວຍັງບໍ່ມີຫຍັງຢືນຢັນວ່າຫາກ Huawei ເປີດໂຕ P40 ຊີຣີອອກມາແລ້ວຈະບໍ່ພົບເຫດການດຽວກັບ Mate 30 ທັງນີ້ສື່ຕ່າງປະເທດໃຫ້ເຫດຜົນສຳຄັນ 3 ຂໍ້ທີ່ເປັນຈຸດຕັດສີນໃຈໃຫ້ຫົວຫວີຍເດີນໜ້າເປີດໂຕ P40 ຊີຣີ ຕໍ່ໄປ.

1. - ມີຄວາມເປັນໄປໄດ້ວ່າສະຖານະການສົງຄາມການຄ້າຈະດີຂຶ້ນໃນອະນາຄົດກ່ອນທີ່ຫົວເຫວີຍຈະເປີດໂຕ P40 ຊີຣີ.

2. - ຫົວເຫວີຍສາມາດຊຸກຍູ້ Huawei MobileServices ຈົນນັກພັດທະນາຫັນມາພັດທະນາແອັບໃຫ້ Huawei ກັນຫຼາຍຂຶ້ນ.

3. - Huawei າດເປີດໂຕ P40 ໂດຍອອກແບບຮາດແວຣໃຫ້ມີຄວາມໃກ້ຄຽງກັບ P30 ຫຼືອາດ ເອີ້ນວ່າ P30 2 ເຮັດໃຫ້ບໍ່ເຂົ້າຂ່າຍວ່າເປັນສະມາດໂຟນລຸ້ນໃໝ່ສົ່ງຜົນໃຫ້ຍັງໃຊ້ Google Services ໄດ້ຢູ່.

  ເບິ່ງຈາກສາມຂໍ້ນີ້ແລ້ວຂໍ້ສອງໜ້າຈະເປັນສິ່ງທີ່ Huawei ະຍາຍາມຊຸກຍູ້ຫຼາຍທີ່ສຸດເພາະຂໍ້ 1b ກໍບໍ່ຮູ້ວ່າຜົນຂອງເຫດການນີ້ຈະເປັນແນວໃດສ່ວນຂໍ້ 3 ຄືເປັນສະ ມາດ ໂຟນລຸ້ນໃໝ່ແຕ່ໃຊ້ຮາດແວຣເກົ່າກໍຄົງບໍ່ຖືກໃຈຜູ້ໃຊ້ງານຫຼາຍໆຄົນບໍ່ພໍໃຈແນ່ນ

__________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511