ເຊີນທ່ຽວຊົມ ແຂວງຜົ້ງສາລີ

  ແຂວງຜົ້ງສາລີ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ມີພູຜາປ່າໄມ້ອັນກວ້າງໃຫຍ່ໄພສານປົກຄຸມໄປທົ່ວທຸກບ່ອນ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູຜາສູງຊັນເຮັດໃຫ້ອາກາດມີຄວາມສົດຊື່ນດີ, ແຂວງຜົ້ງສາລີເປັນແຂວງໜຶ່ງຂອງປະເທດລາວຊຶ່ງຕັ້ງຢູ່ທາງພາກເໜືອ, ທິດໜືອ ແລະທິດຕາເວັນຕົກຕິດກັບ ສປ ຈີນ, ທິດໃຕ້ຕິດກັບແຂວງອຸດົມໄຊ ທິດຕາເວັນອອກຕິດກັບ ສສ ຫວຽດນາມ ປະກອບມີ 7 ເມືອງຄື: ເມືອງບຸນໃຕ້, ເມືອງຂວາ, ເມືອງໃໝ່, ເມືອງຍອດອູ, ເມືອງຜົ້ງສາລີ, ເມືອງສໍາພັນ ແລະເມືອງບຸນເໜືອ, ປະກອບດ້ວຍຊົນເຜົ່າກຸ່ມນ້ອຍກວ່າ 23 ເຜົ່າ ໄດ້ແກ່: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະອື່ນໆ.

 ແຂວງຜົ້ງສາລີ ເຖິງແມ່ນວ່າເປັນແຂວງພູດອຍກວ່າແຂວງອື່ນໆ ກໍຕາມແຕ່ພື້ນຖານໂຄງລ່າງໃນການພັດທະນາທາງດ້ານເສດຖະກິດ, ວັດທະນະທໍາສັງຄົມ ແລະການທ່ອງທ່ຽວແມ່ນໄດ້ມີມາແຕ່ກ່ອນນັ້ນແລ້ວຈຶ່ງເຮັດໃຫ້ແຂວງດັ່ງກ່າວໄດ້ຮັບການພັດທະນາໂດຍບໍ່ໄດ້ນ້ອຍໜ້າຈາກແຂວງອື່ນໆ ເລີຍ, ຊຶ່ງປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຫ້າວຫັນ, ມີວັດທະນະທໍາ ແລະຮີດຄອງປະເພນີອັນດີງາມຂອງຊົນເຜົ່າ, ມີນໍ້າໃຈເອື້ອອາລີໄມຕີຈິດຕ້ອນຮັບແຂກທີ່ມາຢ້ຽມຢາມດ້ວຍຄວາມອົບອຸ່ນ ແລະຈິງໃຈ.

ສະໜັບສະໜຸນໂດຍ: HONDA

ນອກນັ້ນແຂວງຜົ້ງສາລີຍັງມີສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ແລະໜ້າສົນໃຈຢູ່ຫຼາຍແຫ່ງເຊັ່ນ: ຍຶດພູຟ້າ,ບ້ານເຜົ່າມົ້ງ, ຫາດສາ, ສວນຊາ 400 ປີ, ເຂດເມືອງເກົ່າ, ພິພິຕະພັນຊົນເຜົ່າ,ດ່ານຊາຍແດນ ສົບຮຸນ-ໄຕຈາງ ແລະອື່ນໆ ຊຶ່ງທັງໝົດເຫຼົ່ານີ້ໄດ້ກາຍເປັນມົນສະເໜ່ດຶງດູດຈິດໃຈບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະ ເທດເຂົ້າມາທ່ຽວຊົມເປັນປະຈໍາ, ຈາກນັ້ນຈຶ່ງໄດ້ເຮັດໃຫ້ວຽກງານທ່ອງທ່ຽວຂອງແຂວງນັບມື້ເປີດກວ້າງ ແລະໄດ້ຮັບການພັດທະນາໄປເລື້ອຍໆ.

-------------------

ພາບ ແລະຂ່າວ: ຈາກໜັງສືິພິມເສດຖະກິດ-ສັງຄົມ