ເມືອງຄົງເຊໂດນ ຕັ້ງເປົ້າປູກເຂົ້ານາແຊງ 4 ພັນກວ່າເຮັກຕາ

  ຫ້ອງການກະສິກຳ ແລະປ່າໄມ້ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ປຸກລະດົມຊຸກຍູ້ໃຫ້ຊາວກະສິກອນພາຍໃນເມືອງໃນເຂດທີ່ມີເງື່ອນໄຂປູກເຂົ້ານາແຊງໃນລະດູການປະຈໍາປີ 2019-2020 ໃຫ້ໄດ້ 4 ພັນກວ່າເຮັກຕາ ເພື່ອແນໃສ່ຮັບປະກັນທາງດ້ານສະບຽງອາຫານກຸ້ມກິນ ແລະມີສ່ວນແຮໄວ້, ເນື່ອງຈາກການຜະລິດຂອງຊາວກະສິກອນໃນລະດູຝົນຜ່ານມາໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

 ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄົງເຊໂດນໃຫ້ຮູ້ວ່າ: ແຜນການຜະລິດໃນລະດູແລ້ງປີນີ້ຕັ້ງເປົ້າໃຫ້ໄດ້ 5.894 ເຮັກຕາ ໃນນັ້ນ, ປູກເຂົ້ານາແຊງ 4 ພັນກວ່າເຮັກຕາ ແລະປູກພືດ 1.800 ກວ່າເຮັກຕາ ທັງນີ້ກໍເພື່ອແນໃສ່ຮັບປະກັນທາງດ້ານສະບຽງອາຫານກຸ້ມກິນ, ແລະ ມີສ່ວນແຮໄວ້, ໃນ ນັ້ນ ເລັ່ງໃສ່ການປູກພືດ-ເຂົ້າໃນ ເຂດຊົນລະປະທານໃຫ້ໄດ້ 4.249 ເຮັກຕາ ແລະ ນອກເຂດຊົນລະປະທານ 1.660 ເຮັກຕາ, ໂດຍການສະໜອງນ້ຳໃນເຂດຊົນລະປະທານຖືເປັນຕົວກຳນົດດ້ານເນື້ອທີ່ຊຶ່ງໃນປີນີ້ຕາມຄວາມອາດສາມາດສະໜອງນ້ຳໄດ້ພຽງ 4.034 ເຮັກຕາເທົ່ານັ້ນເນື່ອງຈາກບາງໂຄງການໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະຕ້ອງໄດ້ນຳໃຊ້ທຶນຈຳນວນໜຶ່ງສຸມໃສ່ການສ້ອມແປງເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ສະໜັບສະໜຸນໂດຍ: HONDA

 ມາຮອດປະຈຸບັນນີ້ຫ້ອງການກະສິກຳ ແລະປ່າໄມ້ເມືອງຄົງເຊໂດນໄດ້ຊຸກຍູ້ ແລະປຸກລະດົມສົມທົບກັບບ້ານເປົ້າໝາຍທີ່ມີໂຄງການຊົນລະປະທານສ້າງຂະບວນການສ້ອມ ແປງ, ອະນາໄມຄອງເໝືອງ ແລະການກະກຽມເຄື່ອງມືທຳການຜະລິດຕ່າງໆ ໂດຍສາມາດອະນາໄມຄອງເໝືອງໄດ້ 20 ໂຄງການ, ມີຈຳນວນພົນເຂົ້າຮ່ວມ 2.278 ຄົນ ຄວາມຍາວຂອງຄອງ 16 ພັນແມັດ, ມີ 10 ໂຄງການ ທີ່ ໄດ້ເອົານໍ້າຂຶ້ນຕົກກ້າແລ້ວຄຽງຄູ່ ກັບການໄຖກົບຕໍເຟືອງໃນເຂດທີ່ ໄດ້ຮັບນໍ້າ ແລະຂະບວນການສັກຢາປ້ອງກັນພະຍາດສັດກໍໄດ້ຈັດຕັ້ງ ປະຕິບັດແລ້ວໃນຫຼາຍບ້ານແລະພໍ່ແມ່ປະຊາຊົນຊາວເມືອງຄົງເຊໂດນກໍໄດ້ໃຫ້ການຮ່ວມມື ແລະເຂົ້າຮ່ວມຢ່າງເປັນຂະບວນກວ້າງຂວາງ ຊຶ່ງທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນຫຼາຍເທົ່າຕົວເນື່ອງຈາກພໍ່ແມ່ປະຊາຊົນຫຼາຍບ້ານໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຮັດໃຫ້ຜົນການຜະລິດຕ່າງໆເສຍຫາຍ ແລະ ການຜະລິດໃນລະດູແລ້ງໃນປີນີ້ຈຶ່ງມີຄວາມສຳຄັນ ແລະຈຳເປັນເນື່ອງຈາກຫຼາຍໆບ້ານຕ້ອງການຜະລິດເຂົ້ານາແຊງ.

____________

ຂຽນໂດຍ: ນໍ້າເໝີຍ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444