ໜອງຍື່ງ ທຳມະຊາດທີ່ສວຍສົດງົດງາມ

  ເມືອງນາໝໍ້ຖືເປັນເມືອງໜຶ່ງທີ່ມີທ່າແຮງດ້ານການທ່ອງ ທ່ຽວເນື່ອງຈາກເມືອງມີຄວາມ ງົດງາມທາງດ້ານຊັບພະຍາກອນທຳມະຊາດ ແລະ ປະຫວັດສາດຫຼາກຫຼາຍແຫ່ງສວຍງາມເປັນທີ່ສົນໃຈຂອງນັກທ່ອງທ່ຽວ,ຫ່າງຈາກເທສະບານເມືອງນາໝໍ້ປະມານ 24 ກິໂລແມັດ, ພວກເຮົາຈະພົບກັບໜອງທີ່ສວຍສົດງົດງາມມີທໍາມະຊາດທີ່ສວຍງາມ ແລະມີທິວທັດທໍາມະຊາດ ພູຜາປ່າໄມ້ ຊຶ່ງເປັນສະຖານທີ່ທ່ອງທ່ຽວຂອງຊາວເມືອງນາໝໍ້ ແລະແຂກຕ່າງເມືອງທີ່ເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວໂດຍສະເພາະແມ່ນນິຍົມກັນມາທ່ຽວຊົມຂອງທິວທັດທໍາມະຊາດຊຶ່ງວ່າໜອງດັ່ງກ່າວມີຊື່ວ່າ:ໜອງຍື່ງລະຫວ່າງທາງຈະເຫັນວິວທິວທັດທີ່ສວຍງາມ ແລະໝູ່ບ້ານຊາວ ເມືອງນາໝໍ້.

  ຕາມການເລົ່າປາກຕໍ່ປາກສືບຕໍ່ກັນໜອງຍື່ງ ຫຼືພາສາມົ້ງ ເອີ້ນວ່າ: “ປາຢາ” ມີຄວາມໝາຍວ່າ ໜອງໂຕເງືອກ, ປະຫວັດໜອງຍື່ງໃນເມື່ອກ່ອນແມ່ນບ້ານຂອງເຜົ່າກຶມມຸ, ໃນມື້ໜຶ່ງມີຟານຂາວໂຕໜຶ່ງເຂົ້າມາໃນບ້ານ, ປະຊາຊົນໃນບ້ານຈຶ່ງໄດ້ໄລ່ຈັບຟານຂາວໂຕນັ້ນມາຂ້າປັນກັນກິນແຕ່ມີແມ່ໝ້າຍເຖົ້າໃນຄອບຄົວໜຶ່ງບໍ່ສາມາດເຄື່ອນ ໄຫວປະກອບສ່ວນແຮງງານກັບຊາວບ້ານໄດ້ເຂົາ ຈຶ່ງບໍ່ປັນຊີ້ນຟານຂາວໃຫ້ລາວກິນ, ແຕ່ໃນມື້ນັ້ນຕອນແລງປະມານຮອດເວລາໄກ່ເຂົ້າ ນອນມີຊາຍຜູ້ໜຶ່ງຮູບຮ່າງງາມ (ໝາຍຄວາມວ່າຊາຍຄົນນັ້ນແມ່ນ ເງືອກແປງເປັນຄົນ) ທີ່ແປກໆເຂົ້າຖາມແມ່ໝ້າຍວ່າ: ແລງນີ້ແມ່ຈະ ກິນເຂົ້າກັບຫຍັງ? ແມ່ໝ້າຍຕອບ ວ່າ: ຈະກິນເຂົ້າກັບແຈ່ວຊາຍຜູ້ນັ້ນຕອບວ່າ:ລູກຍ່າງຜ່ານທາງກາງບ້ານມາແຕ່ລະຄອບຄົວເພິ່ນກິນແຕ່ຊີ້ນຟານຂາວນັ້ນຍັງແຕ່ຄອບຄົວແມ່ບໍ່ໄດ້ກິນກໍ່ດີແລ້ວ ແລະລາວໄດ້ແນະນຳໃຫ້ແມ່ໝ້າຍວ່າ: ໃນຄືນນີ້ ຮອດກາງຄືນ ຫຼື 12 ໂມງ ຝົນຈະຕົກ, ຟ້າເຫຼື້ອມ, ຟ້າຜ່າແຮງຖ້າ ແສງຟ້າຜ່າເຫຼື້ອມແຈ້ງໄປທາງໃດ ໃຫ້ແມ່ແລ່ນໄປທາງແສງຟ້າເຫຼື້ອມເນີ, ແລ້ວຊາຍຄົນນັ້ນກໍ່ໄດ້ຍ່າງ ອອກໄປ,  ເມື່ອຮອດເວລາທີ່ຊາຍຄົນນັ້ນແນະນຳຝົນກໍ່ຕົກ, ຟ້າເຫຼື້ອມ,ຟ້າຮ້ອງແຮງລົງມາແມ່ໝ້າຍກໍ່ໄດ້ປະຕິບັດແລ່ນຕາມຄຳແນະນຳ ຂອງຊາຍຄົນນັ້ນໄດ້ບອກໃຫ້ຈົນ ຮອດແຈ້ງຫຼັງຈາກນັ້ນແມ່ໝ້າຍກັບມາເບິ່ງບ້ານຂອງຕົນເອງກາຍເປັນໜອງຍື່ງ (ໜອງເງືອກ) ໃນທີ່ສຸດຍັງເຫຼືອແຕ່ແມ່ເຖົ້າຜູ້ດຽວເພາະ ລາວບໍ່ກິນຊີ້ນຟານຂາວໂຕນັ້ນ.

ສະໜັບສະໜຸນໂດຍ: HONDA

  ໜອງຍື່ງຕັ້ງຢູ່ບ້ານພູລີ ຫ່າງຈາກເທສະບານເມືອງນາໝໍ້ປະມານ 24 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຫຼາຍສົມຄວນເນື່ອງຈາກວ່າສະ ຖານທີ່ທ່ອງທ່ຽວແຫ່ງນີ້ມີຄວາມ ງາມທີ່ເປັນເອກະລັກແບບທຳມະຊາດໜອງຍື່ງ ຍັງເປັນໜອງທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂຶ້ນຢ່າງສວຍສົດງົດງາມ ແລະ ເປັນທີ່ໜ້າອັດສະຈັັນ.

---------------

ໜັງສືພິມເສດຖະກິດ-ສັງຄົມ