5 ສິ່ງທີ່ຄວນໃສ່ໃຈຖ້າຢາກຫ່າງໄກ ຈາກພະຍາດມະເຮັງ

              ພະຍາດມະເຮັງເປັນພະຍາດ ທີ່ອັນຕະລາຍເຖິງຊີວິດສະນັ້ນພວກເຮົາຄວນໃສ່ໃຈ ແລະດູແລສຸຂະພາບເຮົາໃຫ້ດີກ່ອນຈະສາຍເກີນ ແກ້.

  1. ຫຼຸດອາຫານໝັກດອງຈາກ ຊີ້ນ:ເພາະສານໄນໂຕຣຊາມິນ (Nitrosamine) ທີ່ເກີດຈາກການໝັກຊີ້ນສັດປະສົມກັບເກືອອາດເຮັດໃຫ້ເກີດມະເຮັງຕັບ,ມະເຮັງກະເພາະອາຫານ ແລະລຳໄສ້ອ່ອນ.
  2. ບໍ່ກິນເຂົ້າໜົມທີ່ມີສີເຂັ້ມຫຼາຍເກີນໄປ: ເນື່ອງຈາກອາດມີສານໜູ ຫຼື ສານຕະກົ່ວໃນປະລິມານທີ່ກໍ່ໃຫ້ເກີດອັນຕະລາຍ ແລະເປັນໂທດຕໍ່ສຸຂະພາບ.
  3. ຢ່າດື່ມເຄື່ອງດື່ມທີ່ກຳລັງຮ້ອນໆ:ເພາະເຮັດໃຫ້ຫຼອດອາຫານເປັນບາດແຜ ແລະກາຍເປັນມະເຮັງຫຼອດອາຫານໄດ້.
  4. ຫຼີກລ່ຽງອາຫານສຸກໆ ດິບໆ: ໂດຍສະເພາະຊີ້ນສັດເພາະອາດມີແມ່ພະຍາດເຊັ່ນ:ພະຍາດໃບໄມ້ໃນທໍ່ນໍ້າບີ ຫຼື ພະຍາດໃບໄມ້ໃນຕັບ;ເພາະມີສານອະຟລາທອກ ຊິນຊຶ່ງເປັນສານກໍ່ມະເຮັງ.
  5. ຫຼຸດການກິນອາຫານປະເພດຈືນ, ຂົ້ວ:ຫຼາຍຄົນຮູ້ດີວ່າອາຫານທີ່ປຸງແຕ່ງດ້ວຍການໃຊ້ນໍ້າມັນໂດຍ ຜ່ານຄວາມຮ້ອນຈະສົ່ງຜົນຮ້າຍຕໍ່ຮ່າງກາຍ,ຍິ່ງຖ້າໃຊ້ນໍ້າມັນເກົ່າຈືນ ແລ້ວຈືນອີກກໍຍິ່ງຈະໄດ້ຮັບສານກໍ່ມະເຮັງຫຼາຍຂຶ້ນ.

    ---------------------

    ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ