ເພງປັ້ນເຈິນເຕີເຫົ່າກູຕັນ ເພງຮິດຄາຣາໂອເກະຈີນ

  ຍ້ອນອະດີດຟັງເພງບໍ່ມີເຈົ້າຂ້າງກາຍດຽວດາຍເຫຼືອເກີນ (ປັ້ນເຈິນເຕີເຫົ່າກູຕັນ) ເປັນເພງຮິດຄາຣາໂອເກະ ສປ ຈີນ ທີ່ມີ ຍອດວີວທະລຸ 100 ລ້ານວີວ.

ເພງ ປັ້ນເຈິນເຕີເຫົ່າກູຕັນ ເປັນເພງຮິດໃນປີ 2013 ທີ່ໂດ່ງດັນ ຈົນເອີ້ນໄດ້ວ່າຄອງຕຳແໜ່ງ 10 ເພງຮິດທີ່ຄົນເລືອກມາຮ້ອງຄາຣາ ໂອເກະຫຼາຍທີ່ສຸດໃນປີນັ້ນເພງນີ້ ຮ້ອງໂດຍ ເມິ່ງ ຣັນ (Mira) ນັກຮ້ອງນັກແຕ່ງເພງສາວຄົນມົງ ໂກລີ (ສປ ຈີນ), ເມິ່ງ ຣັນ ຈົບການສຶກສາຈາກມະຫາວິທະຍາໄລດົນຕີເສິ່ນຫຍັງໄດ້ຮັບສາຍາວ່າ ເປັນດີເຈໂຊຊຽວສາວຄົນງາມ ຈາກນັ້ນມີອາລະບໍ້າເພງເປັນຂອງ ຕົນເອງຄັ້ງທຳອິດໃນປີ 2012 ຊື່ອາລະບໍ້າວ່າຢ່າຈວງສາທົວທີ່ລາວ ແຕ່ງເອງເກືອບທັງໝົດ (ເວັ້ນແຕ່ ເພງດຽວ),ສ່ວນເພງ ປັ້ນເຈິນເຕີເຫົ່າກູຕັນທີ່ຖືໄດ້ວ່າເປັນຜົນ ງານທີ່ໂດ່ງດັງສ້າງຊື່ສຽງຫຼາຍທີ່ສຸດຂອງລາວເພງນີ້ອອກມາໃນປີ 2013 ຫຼັງຈາກນັ້ນຖືກນໍາມາປະກອບຊີຣີເລື່ອງ Memory Lost 2016 ໃນປີ 2016

----------------------

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ