ເຟຊບຸກສັ່ງລົບບັນຊີປອມ-ໂພສ ຮຸນແຮງຫຼາຍລ້ານເລື່ອງ

  ສື່ສັງຄົມອອນລາຍເຟຊ ບຸກສັ່ງລົບບັນຊີປອມຫຼາຍພັນລ້ານ ບັນຊີລວມທັງລົບເນື້ອຫາຮຸນແຮງບົນແພລຕຟອມນັບລ້ານເລື່ອງອອກໄປຕາມລາຍງານການບັງຄັບໃຊ້ມາດຕະການເພື່ອດູແລສື່ສັງຄົມອອນລາຍເມື່ອວັນພຸດທີ່ຜ່ານມາ.

ເຟຊບຸກລະບຸວ່າໄດ້ລົບບັນຊີປອມປະມານ 5.400 ລ້ານບັນຊີ ທີ່ພົບວ່າຫາກໍສ້າງມາໃໝ່ໃນປີນີ້ຈາກເມື່ອປີທີ່ແລ້ວເຟຊບຸກສັ່ງລົບບັນຊີປອມປະມານ 1.550 ລ້ານ ບັນຊີໃນເຟຊບຸກ ແລະປີນີ້ເປັນປີ ທຳອິດທີ່ເຟຊບຸກເຂົ້າໄປຈັດການບັນຊີປອມໃນອິນສະຕາແກຣມ ດ້ວຍ.

ນອກຈາກນີ້ ເຟຊບຸກຍັງໄດ້ລົບ ໂພສທີ່ມີເນື້ອຫາເຂົ້າຂ່າຍໂຄສະ ນາຊວນເຊື່ອຂອງອົງກອນກໍ່ການຮ້າຍໄດ້ຫຼາຍເຖິງ 98% ຕະຫຼອດ ໄລຍະ 2 ໄຕມາດທີ່ຜ່ານມາ ແລະ ຍັງສັ່ງລົບໂພສ 11,6 ລ້ານໂພສ ທີ່ມີພາບເປືອຍເດັກ ແລະເນື້ອຫາ ລາມົກອະນາຈານກັບເດັກໃນເຟຊ ບຸກ ແລະລົບເນື້ອຫາລັກສະນະດຽວກັນປະມານ 754.000 ບັນ ຊີໃນອິນສະຕາແກຣມດ້ວຍ.

ນີ້ເປັນຄວາມພະຍາຍາມຄັ້ງໃຫຍ່ໃນການປາບປາມເນື້ອຫາລາມົກອະນາຈານເດັກໃນແພລຕຟອມທັງໝົດຂອງເຟຊບຸກຢ່າງໃດກໍຕາມທາງສຳນັກງານສອບສວນກາງຫຼື FBI ມອງວ່າຍັງມີຊ່ອງໂຫວ່ຈາກມາດຕະການຄວາມເປັນສ່ວນຕົວຂອງເຟຊບຸກໃນຊ່ອງທາງອື່ນດັ່ງ Facebook Messenger ແລະ WhatsApp ທີ່ຍັງເປັນອຸປະສັກຕໍ່ການປາບປາມເນື້ອຫາລາມົກອະນາຈານ ແລະການໃຊ້ຄວາມຮຸນ ແຮງຕໍ່ເດັກໄດ້.

-----------------------

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ