ຫ້ວຍເພາະເມືອງ ເປັນບ້ານວັດທະນະທຳທີ 70 ຂອງໄຊຍະບູລີ

  ພິທີປະກາດບ້ານຫ້ວຍເພາະເປັນບ້ານວັດທະນະທຳບ້ານທີ 70 ຂອງເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນວັນທີ 22 ພະຈິກ 2019 ທີ່ເດີ່ນໂຮງຮຽນປະຖົມຂອງບ້ານດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນທີ ແກ້ວ ເຈົ້າເມືອງໄຊຍະບູລີ, ທ່ານ ນາງບົວຈັນ ພັນທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງໄຊຍະບູລີ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

 ທ່ານ ລ້ຽງ ວິໄລຈິດ ເລຂາໜ່ວຍພັກນາຍບ້ານຫ້ວຍເພາະໄດ້ຜ່ານບົດລາຍງານການສ້າງບ້ານວັດທະນະທຳ, ບ້ານຫ້ວຍເພາະຫ່າງຈາກເທສະບານເມືອງໄຊຍະບູລີ ໄປທາງທິດຕາເວັນຕົກ 22 ກິ ໂລເມັດ, ມີຄອບຄົວທັງໝົດ 130 ຄອບຄົວ,ມີພົນລະເມືອງ 725 ຄົນ, ຍິງ 353 ຄົນ ອາຊີບຕົ້ນຕໍຂອງປະຊາຊົນແມ່ນການປູກຝັງລ້ຽງ ສັດຕິດພັນກັບການຄ້າຂາຍ, ທົ່ວບ້ານມີເນື້ອທີ່ປູກເຂົ້າທັງໝົດ 390 ເຮັກຕາ, ຜົນຜະລິດໄດ້ 291,61 ໂຕນ, ສະເລ່ຍໃສ່ຫົວຄົນ ໜຶ່ງໄດ້ 402 ກິໂລຕໍ່ຄົນຕໍ່ປີນອກນີ້ຍັງໄດ້ລ້ຽງສັດເພດຕ່າງໆເຊັ່ນ: ງົວ 350 ໂຕ, ໜູ 150 ໂຕ, ແບ້ 120 ໂຕ, ສັດປີກ 2 ພັນໂຕ, ມີໜອງປາ 5 ໜອງປ່ອຍປາແລ້ວ 6 ພັນໂຕສະເລ່ຍລາຍຮັບໃສ່ຫົວ

ຄົນ ໜຶ່ງໃນແຕ່ລະປີໄດ້ 2,4 ລ້ານກີບ ເທົ່າກັບ 300 ໂດລາຕໍ່ຄົນຕໍ່ປີມາຮອດປະຈຸບັນພາຍໃນບ້ານສາມາດຮັບຮອງເປັນຄອບຄົວປ້ອງກັນຄວາມສະຫງົບດີ 130 ຄອບ ຄົວ ເທົ່າກັບ 100%, ຄອບຄົວປອດຄະດີ 130 ຄອບຄົວເທົ່າກັບ 100%,ເດັກໃນເກນອາຍຸ 6-10 ປີໄດ້ເຂົ້າຮຽນ 100%, ຜ່ານການກວດກາຄອບຄົວວັດທະນະ ທຳສາມາດຮັບຮອງເປັນຄອບຄົວວັດທະນະທຳແລ້ວ 116 ຄອບຄົວ ເທົ່າກັບ 89% ຂອງຄອບຄົວທັງໝົດ, ຜ່ານການກວດກາບ້ານວັດທະນະທຳຕາມ 5 ມາດຖານແມ່ນສາມາດປະກາດເປັນບ້ານວັດທະນະທຳໄດ້. ຈາກນັ້ນໃນພິທີກໍ່ໄດ້ມອບໃບຢັ້ງຢືນບ້ານວັດທະນະທຳ, ບ້ານສາມັກຄີປອງດອງ, ພ້ອມທັງເປີດປ້າຍບ້ານວັດທະນະທໍາ ແລະບ້ານສາມັກຄີປອງດອງຢ່າງເປັນທາງການ.

___________

ຂຽນໂດຍ: ສົມພົງ ສີສະຫວັດ

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444