ດ້ານສາກົນວັງເຕົ່າຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກ

  ໃນວັນທີ 27 ພະຈິກ 2019 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ມີພິທີປະກາດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ, ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະມອບສະມາຊິກພັກສົມບູນຂຶ້ນ, ໂດຍເປັນປະທານຂອງທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າດ່ານສາກົນວັງເຕົ່າ , ມີຮອງຫົວໜ້າ ແລະບັນດາແຂກທີ່ກ່ຽວຂ້ອງເຂົ້າຮ່ວມ.

  ເຈົ້າແຂວງໆຈໍາປາສັກໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ 2 ສະຫາຍ ເຂົ້າເປັນສະມາຊິກພັກສໍາຮອງປະຈໍາດ່ານສາກົນວັງເຕົ່າ ແລະ ອອກຂໍ້ຕົກລົງວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ 4 ສະຫາຍຂຶ້ນເປັນສະມາຊິກພັກສົມບູນ ແລະ ມະຕິຕົກລົງວ່າດ້ວຍການຮັບຮອງບັນຊີລາຍຊື່ອອກບັດສະມາຊິກພັກສົມບູນໃຫ້ແກ່ພະນັກງານລຸ້ນສືບທອດປະຈໍາດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ເພື່ອໃຫ້ອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງປະຫາຊົນທຸກຂັ້ນຮັບຮູ້ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະເຂັ້ມງວດ.

  ໃນພິທີ ທ່ານ ບຸນຍະເດດ ທອງສະຫວັນ ໄດ້ກ່າວສະແດງຄວາມຮ້ອງຍໍຊົມເຊີຍຕໍ່ອ້າຍນ້ອງພະນັກງານທີ່ໄດ້ບຸກບືນໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ບັນລຸເປົ້າ ໝາຍທີ່ວາງໄວ້ພ້ອມໄດ້ເນັ້ນໜັກໃຫ້ເອົາໃຈໃສຂຶ້ນຕື່ນຕໍ່ວຽກງານພັກ-ລັດ ແລະວຽກງານວິຊາສະເພາະທີ່ໄດ້ມອບໝາຍໃຫ້ບັນລຸໄປໃນທິດຕັ້ງສຶບຕໍ່ວຽກງານສ້າງໃຫ້ທຸກຂົງເຂດພາຍໃນດ່ານສາກົນວັງເຕົ່າມີຄວາມພົ້ນເດັ່ນຮອບດ້ານ.

__________

ຂຽນໂດຍໂພທິຣາຊ      
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444