ທລຍ ສາລະວັນສົ່ງເສີມ 4 ບ້ານ 3 ເມືອງພູດອຍ

   ທ້າຍອາທິດຜ່ານມານີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກສູນກາງ ແລະ ທລຍ ແຂວງ, ເມືອງລົງຝຶກອົບຮົມ ແລະ ຄັດເລືອກກຸ່ມການຈັດຕັ້ງປະຕິບັດໂຄງ ການຍ່ອຍໂດຍຊຸມຊົນເປັນເຈົ້າການ, ນຳພາໂດຍທ່ານ ກິພະຈັນ ໂພສາລີ ຫົວໜ້າກອງທຶນຫຼຸດຜ່ອນຄວາມທຸກຍາກແຂວງ ສາລະວັນ, ມີທ່ານຮອງເຈົ້າເມືອງຜູ້ຊີ້ນຳວຽກງານ ທລຍ, ມີບັນດາຫົວໜ້າຂະແໜງການ, ໜ່ວຍງານຕ່າງໆຈາກ ທລຍ ສູນກາງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

  ທ່ານ ນາງ ບົວລີ ໄຊຍະວົງ ຫົວໜ້າຂະແໜງບໍລິຫານ-ການເງິນ ທລຍ ສູນກາງ ໃຫ້ຮູ້ວ່າ: ການທົດລອງຈັດຕັ້ງປະຕິບັດໂຄງການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກໂດຍຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນປີ 2019 ຮອບວຽນທີ 16. ທົ່ວແຂວງສາລະວັນ ໄດ້ກຳນົດເອົາ 4 ບ້ານ, 3 ເມືອ ງພູດອຍເປັນບ້ານທົດລອງປະຕິບັດໂຄງການດ້ວຍຊຸມຊົນຄື: ບ້ານນາກະເຈີມ ເມືອງຕຸ້ມລານ ໂຄງການສ້ອມແປງເສັ້ນທາງໄລຍະ 800 ແມັດ, ບ້ານກະເປ ເມືອງຕະໂອ້ຍ ໂຄງການສ້ອມແປງລະບົບນ້ຳລິນ ແລະ ເມືອງສະໝ້ວຍ ມີ 2 ບ້ານຄື: ບ້ານກະເລງ ໂຄງການກໍ່ສ້າງລະບົບຊົນລະປະທານ ແລະ ບ້ານອາຊິງ ສ້ອມແປງລະບົບນ້ຳລິນ, ເຊີ່ງໃນ 4 ບ້ານ, 4 ໂຄງການມີມູນຄ່າທັງໝົດ 540 ລ້ານກວ່າກີບ, ໂດຍທຶນທັງໝົດຊຸມຊົນຈະເປັນຜູ້ບໍລິຫານ, ຈັດຕັ້ງປະຕິບັດເອງ, ຈັດຊື້ຈັດຈ້າງ, ຈ້າງແຮງງານ ແລະອື່ນໆ, ເຊີ່ງຈະບໍ່ມີຜູ້ຮັບເໝົາ.

  ບ້ານກະເລງ ເປັນບ້ານເປົ້າໝາຍໜຶ່ງທີ່ໄດ້ຮັບການຝຶກອົບຮົມ, ແນະນຳຮູບແບບ, ວິທີການຈັດຕັ້ງປະຕິບັດ ແລະມີການຄັດເລືອກເອົານາຍຊ່າງຂັ້ນບ້ານ, ກຳມະກອນ, ທິມງານການເງິນ, ໜ່ວຍງານຈັດຊື້-ຈັດຈ້າງ ແລະໜ່ວຍງານກໍ່ສ້າງ. ນອກນັ້ນພາຍໃນບ້ານຍັງໄດ້ຈັດອັນດັບຄວາມທຸກຍາກຂອງປະຊາຊົນ. ເຊີ່ງ ມີທັງໝົດ 60 ຄອບຄົວໃນນັ້ນທຸກທີ່ສຸດ 25 ຄອບຄົວ, ທຸກ 26 ຄອບຄົວ, ປານກາງ 9 ຄອບຄົວ. ເຊີ່ງໃນການຄັດເລືອກກຳມະກອນ ແລະນາຍຊ່າງແມ່ນເນັ້ນໃສ່ຄອບຄົວທີ່ທຸກຍາກທີ່ສຸດໃຫ້ມີສ່ວນຮ່ວມ, ມີລາຍໄດ້ຈາກໂຄງການດັ່ງກ່າວ ແລະມີວຽກເຮັດງານທຳເລັງໃສ່ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະທຸກໆຄອບຄົວພາຍໃນບ້ານມີສ່ວນຮ່ວມຢ່າງແຂງແຮງອີກດ້ວຍ. ຖ້າຫາກການທົດລອງໃນ 4 ບ້ານໄດ້ຮັບຜົນສຳເລັດຈະໄດ້ຖອດຖອນເອົາບົດຮຽນ ແລະສືບຕໍ່ຈັດຕັ້ງປະຕິບັດໃນບ້ານອື່ນໆ, ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນສາມາດວາງແຜນ, ມີວິທີຮູບແບບປະຕິີບັດ ແລະສາມາດບູລະນະສ້ອມແປງສິ່ງເອື້ອອຳ ນວຍຕ່າງໆພາຍໃນບ້ານເອງໄດ້. ນອກນັ້ນບັນດານາຍຊ່າງຂັ້ນບ້ານຈະໄດ້ເຂົ້າຝືກອົບຮົມຍົກລະດັບຄວາມຮູ້ຄວາມສາມາດຕື່ມອີກ.

    ທ່ານ ວິໄລສັກ ພົມພັກດີ ຮອງເຈົ້າເມືອງສະໝ້ວຍ ຍັງໄດ້ກ່າວໃຫ້ຮູ້ວ່າ: ກອງທຶນຄວາມທຸກຍາກໄດ້ຊ່ວຍປັບປຸງບັນດາພື້ນຖານໂຄງລ່າງເປັນຕົ້ນ: ໂຮງ ຮຽນປະຖົມ, ສຸກສາລາ, ເສັ້ນທາງ, ໄຟຟ້າ ແລະນ້ຳລິນທີ່ຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນ ແລະເຮັດໃຫ້ປະຊາຊົມມີຄວາມຕື່ນຕົວສູງ, ເປັນເຈົ້າໃນການແກ້ໄຂຊີວິດການເປັນຢູ່ ແລະມີສ່ວນຮ່ວມ ຫຼາຍຂຶ້ນກວ່າທີ່ຜ່ານມາ. ການຈັດຕັ້ງປະ ຕິບັດໂຄງການທີ່ປະຊາຊົນເປັນຜູ້ປະຕິບັດເອງເຮັດໃຫ້ຊຸມ ຊົນມີຄວາມຮັບຜິດຊອບຫຼາຍຂຶ້ນໂດຍຜົນປະໂຫຍດຂອງປະຊາຊົນເອງ ແລະເປັນເຈົ້າການປົກປັກຮັກສາໃນເຮັດໃຫ້ບ້ານ, ຄອບຄົວມີຄວາມເຂັ້ມແຂງ ແລະໃຫ້ມີຄວາມຍືນຍົງ.