ຫາດຊາຍຟອງ ແຂ່ງຂັນສີລະປະ-ວັນນະຄະດີ

  ວັນທີ 28 ພະຈິກ ຜ່ານມາທີ່ສວນວັດທະນະທຳຊຽງຄວນ, ຫ້ອງການສຶກສາທິການ ແລະກີລາເມືອງຫາດຊາຍຟອງໄດ້ຈັດງານແຂ່ງຂັນສີລະປະວັນນະຄະດີຂອງນັກ ຮຽນສາມັນທົ່ວເມືອງມີທັງໂຮງຮຽນພາກລັດ ແລະເອກະຊົນ, ໂດຍເຂົ້າຮ່ວມຂອງທ່ານ ນາງ ຊື່ນຈິດ ເສລີໂນຄຳ ຮອງຫົວໜ້າພະແນກສຶກສາທິການ ແລະກີລານະຄອນ ຫຼວງວຽງຈັນ, ທ່ານ ສິມມະລີບູລົມ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫາດຊາຍຟອງ, ທ່ານ ນາງ ສ້ອຍສຸາ ອິນເມືອງໄຊ ປະທານບໍລິສັດສວນວັດທະ ນະທຳຊຽງຄວນ ຈຳກັດ ຊຶ່ງເປັນຜູ້ໃຫ້ການສະໜັບສະໜູນງານດັ່ງກ່າວ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນັກຮຽນທົ່ວເມືອງຫາດຊາຍຟອງເຂົ້າ ຮ່ວມ.

ສະໜັບສະໜຸນໂດຍ: HONDA

  ທ່ານ ສິມ ມະລີບູລົມ ກ່າວວ່າ: ການຈັດງານແຂ່ງຂັນສີລະປະ-ວັນນະຄະດີນັກຮຽນສາມັນທົ່ວເມືອງຫາດຊາຍຟອງປະຈຳສົກ ປີ 2019-2020 ແມ່ນເພື່ອພັດທະ ນາການສຶກສາຕາມ 5 ຫຼັກມູນຂອງການສຶກສາທີ່ກະຊວງສຶກສາທິການ ແລະກີລາວາງອອກ, ພ້ອມທັງເປັນການປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳຂອງນັກ ຮຽນສາມັນປະຈຳສົກຮຽນ 2019-2020 ຂອງຫ້ອງການ ສຶກສາເມືອງ, ພັດທະນາວຽກສີລະປະ-ວັນນະຄະດີໃຫ້ມີຄວາມກ້າວໜ້າຕາມຍຸກຕາມສະໄໝ, ມີຫົວຄິດ ປະດິດສ້າງ ແລະເພື່ອເປັນການສົ່ງເສີມພອນສະຫວັນທາງດ້ານສີລະປະ-ວັນນະຄະດີໃຫ້ແກ່ນ້ອງນັກຮຽນ, ເພື່ອຫ່າງໄກຈາກສິ່ງເສບຕິດ ແລະເຮັດໃຫ້ປະກົດການຫຍໍ້ທໍ້ ແລະເຮັດໃຫ້ປະກົດການຫຍໍ້ທໍ້ໃນບັນດານັກຮຽນຫຼຸດລົງທັງນີ້ຍັງເປັນການຄັດເລືອກເອົານັກສີລະປະທີ່ດີເດັ່ນເປັນຕົວແທນຂອງເມືອງເຂົ້າຮ່ວມການແຂ່ງຂັນຂັ້ນນະ ຄອນຫຼວງວຽງຈັນ.

  ການແຂ່ງຂັນສີລະປະ-ວັນນະຄະດີນັກຮຽນໃນຄັ້ງນີ້ມີທັງໂຮງຮຽນພາກລັດ ແລະເອກະຊົນ, ການແຂ່ງຂັນແມ່ນມີ 3 ຂັ້ນຄື: ຂັ້ນປະຖົມສຶກສາມີ 9 ຄະນະ, ມັດທະ ຍົມສຶກສາຕອນຕົ້ນ14 ຄະນະ ແລະມັດທະຍົມສຶກສາຕອນປາຍ 10 ຄະນະ, ຊຶ່ງການແຂ່ງຂັນແມ່ນມີປະເພດຟ້ອນລວມໝູ່ຍິງ-ຊາຍ,ຮ້ອງເພັງ ແລະປະເພດຂັບລຳ.

----------------

ໜັງສືພີມເສດຖະກິດ-ສັງຄົມ