ເມືອງປາກລາຍ ຈະປູກພືດ ລະດູແລ້ງໃຫ້ໄດ້ 4 ພັນກວ່າເຮັກຕາ

  ເພື່ອຮັບປະກັນດ້ານສະບຽງອາຫານ ແລະເປັນສິນຄ້າສົ່ງຂາຍພາຍໃນ ແລະສົ່ງອອກຕ່າງປະເທດ, ຫ້ອງການກະສິກໍາປ່າໄມ້ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ວາງເປົ້າໝາຍປູກພືດລະດູແລ້ງໃຫ້ໄດ້ 4 ພັນກວ່າເຮັກຕາ ໂດຍຈະສຸມໃສ່ປູກເຂົ້ານາແຊງ, ພືດອຸດສາຫະກຳແລະພືດຜັກຕ່າງໆ.

  ທ່ານ ຄຳຝັ້ນ ວົງສະຫວັນ ຫົວໜ້າຫ້ອງການກະສິກໍາປ່າໄມ້ ເມືອງປາກລາຍ ໃຫ້ຮູ້ວ່າ: ເພື່ອ ຮັບປະກັນໃຫ້ແກ່ການຜະລິດລະດູແລ້ງປີນີ້ຕອບສະໜອງໄດ້ກັບຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ມີສະບຽງອາຫານພຽງພໍນັ້ນຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ລົງຊຸກຍູ້ໃຫ້ຊາວກະສິກອນທົ່ວເມືອງກະກຽມແນວພັນພືດຝຸ່ນປຸ໋ຍ ແລະຢາປາບສັດຕູພືດເພື່ອແຮໄວ້ຢ່າງພຽງພໍພ້ອມດຽວກັນນັ້ນກໍກະກຽມພື້ນທີ່ໆມີທ່າແຮງໃນການປູກພືດລະດູແລ້ງໃຫ້ທັນເວລາໃນເນື້ອທີ່ຕາມແຜນການທີ່ທາງຫ້ອງ ການກະສິກຳ ແລະປ່າ ໄມ້ເມືອງວາງອອກ 4.300 ເຮັກຕາ, ໃນນັ້ນຜະລິດເຂົ້ານາແຊງ ໃນເນື້ອທີ່ 100 ເຮັກຕາ ຜົນຜະ ລິດ 500 ໂຕນ, ພືດອຸດສາຫະກຳ ແລະພືດຜັກຕ່າງໆ (ຖົ່ວດິນ, ຖົ່ວແດງ, ຖົ່ວດຳ, ຖົ່ວຂຽວ, ໝາກໂມ, ໝາກແຕງ, ສາລີຫວານ, ຢາສູບ, ໝາກເພັດ, ໝາກເຂືອ ແລະ ພືດຜັກຕາມລະດູການອື່ນໆ) ໃຫ້ ໄດ້ 4.200 ເຮັກຕາຄາດຄະເນຜົນຜະລິດທັງໝົດບໍ່ຕໍ່າກວ່າ 90.000 ໂຕນ.

ສະໜັບສະໜຸນໂດຍ: HONDA

  ນອກນັ້ນຍັງຊີ້ນຳດ້ານການລ້ຽງສັດ ແລະການປະມົງນຳອີກໂດຍສູ້ຊົນຫັນຈາກການລ້ຽງສັດແບບທຳມະຊາດໄປສູ່ການລ້ຽງແບບເປັນຟາມເປັນກຸ່ມໃຫ້ສາມາດສະໜອງຜົນຜະລິດຈາກຟາມຢ່າງໜ້ອຍ 10% ຂອງຈຳນວນທັງໝົດ, ສຸມໃສ່ການລ້ຽງສັດເພື່ອເປັນສິນຄ້າສະໜອງຕະຫຼາດພາຍໃນໃຫ້ພຽງພໍ, ສູ້ຊົນສົ່ງອອກສັດໃຫຍ່ປະ ເພດງົວ, ຄວາຍໃຫ້ໄດ້ 3.000 ໂຕຕໍ່ປີ, ໝູ 2.500 ໂຕຕໍ່ປີ, ມີີ ການແບ່ງເຂດລ້ຽງສັດໃຫ້ຈະແຈ້ງ ສູ້ຊົນເຮັດໃຫ້ຈຳນວນສັດລ້ຽງເພີ່ມ ຂຶ້ນໃຫ້ໄດ້ຫຼາຍກວ່າ 5 ແສນໂຕ, ປະຈຸບັນທົ່ວເມືອງປາກລາຍມີຊ້າງ 23 ເຊືອກ (ໂຕ), ງົວ 55.503 ໂຕ, ຄວາຍ 21.273 ໂຕ, ມ້າ 8 ໂຕ, ແບ້ 4 ພັນໂຕ, ໝູ 19 ພັນໂຕ, ສັດປີກເກືອບ 5 ແສນໂຕ, ມີໜອງປາ 1.450 ໜອງ ປ່ອຍປາ 5 ລ້ານໂຕ, ສັກຢາປ້ອງກັນພະຍາດ ສັດລ້ຽງໃຫ້ໄດ້ 70% ຂອງຈຳນວນທັງໝົດ ແລະເອົາໃຈໃສ່ໃນການປິ່ນປົວສັດທີ່ເຈັບເປັນຂອງປະຊາຊົນຢ່າງທັນການ, ສ້າງ ແລະ ຂະຫຍາຍກຸ່ມ ແລະຄອບຄົວຕົວແບບໃນການລ້ຽງສັດເພີ່ມຂຶ້ນ ແລະມີຄວາມຍືນຍົງທັງຮັບປະກັນຄຸນນະພາບ, ພ້ອມດຽວກັນນັ້ນກໍຊຸກຍູ້ຄອບຄົວລ້ຽງສັດໃຫຍ່ ແລະປູກຫຍ້າທີ່ເປັນອາຫານສັດໃຫ້ກວ້າງຂວາງ.

 ດ້ານຊົນລະປະທານແມ່ນເອົາໃຈໃສ່ຮັກສາເໝືອງຝາຍທີ່ມີແລ້ວພ້ອມທັງສ້ອມແປງບ່ອນທີ່ເປ່ເພເພື່ອຮັບປະກັນສະໜອງນໍ້າໃຫ້ແກ່ການຜະລິດ, ຈັດຕັ້ງປັບປຸງ ແລະຝຶກອົບຮົມສິດໜ້າທີ່ ແລະພາລະບົດບາດຂອງກຸ່ມຜູ້ນຳໃຊ້ນໍ້າໃຫ້ເຂັ້ມແຂງ, ສຳຫຼວດຊອກຫາບ່ອນທີ່ມີເງື່ອນໄຂໃນການສ້າງເປັນອ່າງເກັບນໍ້າແລ້ວນຳສະເໜີຂັ້ນເທິງເພື່ອຊອກແຫຼ່ງທຶນມາກໍ່ສ້າງໂດຍສົມທົບກັບທຶນປະຊາຊົນ ແລະທ່າແຮງກັບທີ່ຊຸກຍູ້ຊາວກະຊິກອນບ່ອນທີ່ມີລະບົບຊົນລະປະທານຜະລິດລະດູແລ້ງໃຫ້ເໝາະສົມຕາມຄວາມສາມາດໃນການຕອບສະໜອງນໍ້າ.

__________

ຂຽນໂດຍ: ກິ່ງລັດຕະນະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444