ສະຫວັນ ສືບຕໍ່ກວດສອບຄຸນນະພາບນ້ຳມັນ

 ໃນວັນທີ 24 ມັງກອນ 2018 ນີ້, ພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງສະຫວັນນະເຂດ ນໍາໂດຍ ທ່ານ ທັນໄດ ຈັນຊົມພູ ຫົວໜ້າພະແນກວິທະ ຍາສາດ ແລະເຕັກໂນໂລຊີແຂວງພ້ອມດ້ວຍໜ່ວຍງານ ແລະວິຊາການທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດສອບມາດຕະຖານບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟປະຈໍາປີ 2019.

  ໂອກາດນີ້, ທ່ານ ທັນໄດ ຈັນຊົມພູ ກໍໄດ້ໃຫ້ສໍາພາດວ່າ: ການກວດສອບນີ້ແມ່ນໄດ້ຈັດຕັ້ງປະຕິບັດ 2 ຄັ້ງຕໍ່ປີເຊິ່ງໃນປີນີ້ພວກເຮົາໄດ້ດໍາເນີນການກວດສອບມາດຕະຖານບໍລິມາດຫົວຈ່າຍນໍ້າມັນຢ່າງເປັນທາງການໃນທົ່ວແຂວງເປັນຄັ້ງທໍາອິດຂອງປີເຊິ່ງເລີ່ມແຕ່ວັນທີ 7-23 ມັງກອນ 2019, ຜ່ານການກວດສອບໃນ 14 ຕົວເມືອງສາມາດກວດໄດ້ທັງໝົດ 225 ປໍ້າ, 975 ຫົວຈ່າຍ ແລະ ຍັງສືບຕໍ່ດໍາເນີນການກວດສອບໃຫ້ຄົບທຸກປໍ້າໃນທົ່ວແຂວງ. ເຊິ່ງຜ່ານການກວດສອບເຫັນວ່າແຕ່ລະປໍ້າແມ່ນຢູ່ໃນເກນມາດຕະຖານຂອງມາດຕະຖານແຫ່ງຊາດທີ່ໄດ້ກໍານົດໄວ້. 

  ໃນການກວດສອບດັ່ງກ່າວນີ້ບໍ່ແມ່ນການບັງຄັບແຕ່ເປັນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະປົກປ້ອງສິດ ແລະເພື່ອບໍ່ໃຫ້ເອົາລັດເອົາປຽບເຊິ່ງກັນ ແລະກັນ ລະຫວ່າງຜູ້ປະການການ ແລະ ຜູ້ຊົມໃຊ້ນໍ້າ. ພ້ອມນີ້, ກໍ່ຮຽກຮ້ອງໃຫ້ວິຊາການກ່ຽວຂ້ອງຈົ່ງມີຄວາມຮັບຜິດຊອບສູງ, ຢຶດຖືຈັນຍາບັນຂອງພະນັກງານໂດຍ ໃຫ້ມີການກວດສອບຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ຜູ້ປະກອບການຈົ່ງໃຫ້ຄວາມຮ່ວມມືໃນການກວດສອບດັ່ງກ່າວນີ້ໃຫ້ໄດ້ຜົນສໍາເລັດດ້ວຍດີ.