ເທເລີ ຄວ້າລາງວັນຫຼາຍທີ່ສຸດຈາກງານ ອາເມລິກາ ມິວສິກ ອາວອດ

  ໃນງານປະກາດລາງວັນ ທາງດົນຕີທີ່ຍິ່ງໃຫຍ່ທີ່ສຸດໃນອຸດສາຫະກຳບັນເທີງ ອາເມລິກາ ມິວສິກ ອາວອດ (American Music Awards) ປີ 2018 ນັກຮ້ອງສາວ ເທເລີ ສະວິບ ທຳລາຍສະຖິ ຕິກາຍເປັນສີລະປິນຍິງທີ່ຄວ້າ ລາງວັນໃນງານຫຼາຍທີ່ສຸດເຖິງ 23 ລາງວັນ ແລະມາໃນປີນີ້ທີ່ທາງ ງານປະກາດລາງວັນຊື່ຜູ້ເຂົ້າຊີງ ລາງວັນກໍໄດ້ເປີດເຜີຍວ່າ ເທເລີ ນັ້ນໄດ້ຮັບລາງວັນກຽດຕິຍົດນັ້ນກໍຄືສີລະປິນແຫ່ງສັດຕະວັດນັ້ນເອງ ແລະລາງວັນນີ້ເອງທີ່ເຮັດໃຫ້ເທເລີ ໄດ້ຮັບລາງວັນລວມທັງໝົດ 24 ລາງວັນ.

ຊຶ່ງຈະໄດ້ລາງວັນເທົ່າກັບຣາຊາເພງປ໊ອບຜູ້ລ່ວງລັບໄມເຄິລ ແຈ໊ກສັນ ທີ່ສ້າງສະຖິຕິໄວ້ 24 ລາງວັນເຊັ່ນກັນນັ້ນໝາຍຄວາມວ່າອີກພຽງລາງວັນດຽວ ເທເລີ ຈະທຳລາຍສະຖິຕິນີ້ທັນທີ ແລະໃນ ທີ່ສຸດອາລະບໍ້າ Lover ຂອງເທເລີ ກໍຄວ້າລາງວັນອາລະບໍ້າ Pop/ Rock ແຫ່ງປີມາຄອງສົ່ງຜົນເຮັດ ໃຫ້ນັກຮ້ອງສາວຄົນດັງຂຶ້ນແທນ ສີລະປິນທີ່ກວາດລາງວັນ Ameri can Music Awards ຫຼາຍ ທີ່ສຸດໄປຄອງທັນທີ, ຊຶ່ງເທເລີກ່າວ ວ່າລາວບໍ່ຢາກເຊື່ອເລີຍທີ່ຈະໄດ້ ຮັບລາງວັນຫຼາຍຂະໜາດນີ້ທັງຍັງ ຂອບໃຈຕົ້ນສັງກັດ ທີ່ໃຈກວ້າງໃຫ້ລາວໄດ້ສ້າງເພງທີ່ຕົນເອງມັກ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ