ລາຍສົນໃຈກິດຈະການຢາຮູເຈແປນ ອາດຈະເຂົ້າຊື້ໃນໄວໆນີ້

 ໃນປະເທດຍີ່ປຸ່ນຖ້າກ່າວ ເຖິງ Yahoo ກໍຖືວ່າຍັງມີຄວາມ ໂດດເດັ່ນຢູ່ ແລະເປັນຊື່ທີ່ຍັງບໍ່ ຕາຍເພາະມີການບໍລິຫານຈາກ ທາງເຄືອຂ່າຍໃນຍີ່ປຸ່ນ ທີ່ມີຊື່ວ່າSoftBank ຫຼ້າສຸດສຳນັກຂ່າວ  Nikkei ໄດ້ເປີດເຜີຍຈາກຂ່າວ ວົງໃນວ່າ SoftBank ກຳລັງຢູ່ ໃນຂັ້ນສຸດທ້າຍກັບທາງ Naver(Line) ໃຫ້ເຂົ້າລວມກິດຈະການກັບ Z Holdings.

ຫຼາຍຄົນກໍສົງໄສວ່າ Z Holdings ມາຈາກໃສຄຳຕອບຄືເປັນບໍລິສັດລູກຂອງ SoftBank ເກີດມາເພື່ອດູແລການໃຫ້ບໍລິການດ້ານການເງິນ ແລະບໍລິການຂອງ Yahoo! Japan ເທົ່າກັບການເຂົ້າຮ່ວມກ່ຽວກັບກິດຈະການຈະເປັນຮູບແບບຂອງການຖືຮຸ້ນຮ່ວມກັນແຕ່ຍັງບໍ່ມີຂໍ້ສະຫຼຸບວ່າທັງສອງຈະຖືຮຸ້ນຄົນລະເຄິ່ງຫຼື ບໍ່.

ຢ່າງໃດກໍຕາມຫາກເລື່ອງນີ້ ເປັນຈິງຂຶ້ນມາຈະເຮັດໃຫ້  Z Hold ings ຍັງຄົງໃຫ້ບໍລິການ Yahoo! ໃນຍີ່ປຸ່ນຕໍ່ໄປ ໂດຍມີຜູ້ຖືຮຸ້ນຄື  SoftBank ແລະNaver ແຕ່ຊື່ Yahoo Japan ຈະຍັງຢູ່ຕໍ່ ຫຼື ບໍ່ຄົງຕ້ອງລໍ ຕິດຕາມກັນຕໍ່ໄປເພາະດິລດັ່ງກ່າວລົມກັນໃຫ້ຈົບພາຍໃນເດືອນໜ້າ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ