ອັດກອງປະຊຸມສະໄໜສາມັນເທື່ອທີ 6 ສພຂ ຈຳປາສັກ

   ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມພາຍຫຼັງທີ່ກອງປະຊຸມໄດ້ດໍາເນີນ ມາເປັນເວລາ 3 ວັນ ນັບຕັ້ງແຕ່ວັນທີ 23-25 ມັງກອນ 2019 ທີ່ນະຄອນປາກເຊ ແຂວງຈໍາປາສັກ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈໍາປາສັກ.

  ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນຂວງຈໍາປາສັກ ຊຸດທີ1 ດໍາເນີນໄປດ້ວຍບັນຍາກາດສ້າງສັນ, ດ້ວຍຄວາມຮັບຜິດຊອບສູງຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງຈໍາປາສັກ, ໃນການຄົ້ນຄວ້າພິຈະລະນາ ແລະ ຮັບຮ້ອງເອົາບັນຫາສໍາຄັນຂອງແຂວງຈໍາປາສັກ, ຮັບປະກັນທາງ ດ້ານເນື້ອໃນພ້ອມທັງມີຄວາມເອກະພາບສູງໃນການພິຈະລະນາ ແລະຮັບຮອງເອົາບັນດາເນື້ອໃນສໍາຄັນຕ່າງໆເຊັ່ນ: ໄດ້ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ຂອງແຂວງຈໍາປາສັກ, ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2018 ແລະ ແຜນການປະຈໍາປີ 201 9 ຂອງແຂວງ, ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວກວດສອບໃນປີ 2018, ທິດທາງແຜນການກວດສອບປະຈໍາປີ 2019, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງປະຈໍາປີ 2018 ແລະ ທິດທາງແຜນການປີ 2019, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ຂອງສະພາປະຊາຊົນແຂວງຈໍາປາສັກ.

   ນອກຈາກນີ້ໃນກອງປະຊຸມຍັງໄດ້ສະເໜີແຕ່ງຕັ້ງພະນັກງານຂອງແຂວງຄື: ສະເໜີແຕ່ງຕັ້ງທ່ານ ສົມບູນ ເຮືອງວົງສາ ເປັນຫົວໜ້າພະແນກການເງິນແຂວງ, ສະ ເໜີແຕ່ງຕັ້ງທ່ານ ສຸກສະຫວັນ ວິໄລວົງ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ສະເໜີແຕ່ງຕັ້ງທ່ານ ແກ້ວລັດຕະນະ ສີຫາວົງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ, ສະເໜີແຕ່ງຕັ້ງທ່ານ ນາງ ບົວລຽນ ມະນີວົງ ເປັນປະທານສານປະຊາຊົນແຂວງ, ສະເໜີແຕ່ງຕັ້ງທ່ານ ສຸລິສິດ ຄໍາຜຸຍ ເປັນປະທານສານປະຊາຊົນເຂດທີ I, ສະເໜີແຕ່ງຕັ້ງທ່ານ ຖາວອນ ຈັນທະຈັກ ເປັນປະທານສານປະຊາຊົນເຂດທີ III , ພ້ອມດຽວ ກັນນີ້ກອງປະຊຸມຍັງໄດ້ເລືອກຕັ້ງ ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງເປັນຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ແລະແຕ່ງຕັ້ງເປັນປະທານຄະນະກໍາມະການເສດຖະກິດແຜນການ ແລະການເງິນຂອງສະພາປະຊາຊົນ,ແຕ່ງຕັ້ງທ່ານ ສະຫວາດ ແກ້ວບັນດິດ ເປັນຮອງປະທານຄະນະກໍາມະ ການເສດຖະກິດແຜນການ ແລະການເງິນຂອງສະພາແຂວງ.