ຈັບຜູ້ລັກລອບຕັດໄມ້ໃນສວນລ້ານຊ້າງພ້ອມຂະຫຍາຍຜົນພົບ 3 ຄົນທີ່ມີສ່ວນຮ່ວມ

  ເຈົ້າໜ້າທີ່ປ່າໄມ້, ກົມກວດກາປ່າໄມ້ໄດ້ກັກຕົວຜູ້ລັກລອບຕັດໄມ້ຍາງຢູ່ເນື້ອທີ່ດິນເຂດສໍາປະທານຂອງບໍລິສັດ ໂອເຊໂນ (ສວນລ້ານຊ້າງ) ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 1 ຄົນ ພ້ອມດ້ວຍຂອງກາງໃນລະຫ່ວາງວັນທີ 11-14 ມັງກອນ 2019 ນີ້, ປະຈຸບັນຢູ່ໃນຂັ້ນຕອນການສຶບສວນ-ສອບສວນ ແລະເຮັດໜັງສືໝາຍຮຽກ 3 ຄົນມີສ່ວນຮ່ວມເຂົ້າມາໃຫ້ການຕໍ່ເຈົ້າໜ້າທີ່ຕາມກໍານົດເວລາເພື່ອດໍາເນີນຄະດີ.

  ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະປ່າໄມ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກ ທີ 15/ນຍ, ລົງວັນທີ 13 ພຶດສະ ພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸລະກິດໄມ້; ໃນລະຫ່ວາງວັນທີ 11-14 ມັງກອນ 2019, ທີມງານເຈົ້າໜ້າທີ່ປ່າໄມ້ໄດ້ລົງກວດກາການລັກລອບຕັດໄມ້ຢູ່ຕາມຈຸດເປົ້າໝາຍໃນນະຄອນຫຼວງວຽງຈັນ ແລະເຂດເຊື່ອມຕໍ່ນະ ຄອນຫຼວງວຽງຈັນ.

  ຜ່ານການລົງກວດກາຕົວຈິງເຈົ້າໜ້າທີ່ກົມກວດກາປ່າໄມ້ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີເຂົ້າລັກລອບຂຸດຄົ້ນໄມ້ຍາງຢູ່ເນື້ອທີ່ດິນເຂດສໍາປະທານຂອງ ບໍລິສັດ ໂອເຊໂນ (ສວນລ້ານຊ້າງ) ບ້ານດົງສ້າງຫີນ ໜ້າສະໜາມກິລາແຫ່ງຊາດຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ກັກຕົວຜູ້ກະທໍາຜິດຈໍານວນ 1 ຄົນ, ຊື່ ທ້າວ ວົງເດືອນ ອາຍຸ 45 ປີ, ປະຊາຊົນ ບ້ານດອນຕິ້ວ ເມືອງໄຊທານີ, ພ້ອມດ້ວຍຂອງກາງເຄື່ອງປັ່ນໄຟ 1 ເຄື່ອງ, ຈັກຕັດໄມ້ໄຟຟ້າ 1 ເຄື່ອງ ແລະ ລົດໄຖນາ 1 ຄັນ. 

  ພາຍຫຼັງທີ່ຢຶດໄວ້ແລ້ວເຈົ້າໜ້າທີ່ກົມກວດກາປ່າໄມ້ໄດ້ປະສານຫາກອງກວດກາປ່າໄມ້ປະຈໍານະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງເຂົ້າມາເຮັດວຽກຮ່ວມກັບຄະນະທີມງານເຈົ້າໜ້າທີ່ກົມກວດກາປ່າໄມ້ເພື່ອພ້ອມກັນລົງກວດກາໄມ້ຕົວຈິງຢູ່ 2 ຈຸດ, ໃນນັ້ນຈຸດທີ 1 ໄມ້ຍາງຖືກຕັດ 1 ຕົ້ນ, ມີຈຳນວນ 7 ທ່ອນ, ບໍລິມາດ 9,15 ແມັດກ້ອນ ແລະ ຈຸດທີ 2 ກວດກາພົບເຫັນໄມ້ຍາງທ່ອນທີ່ຖືກຕັດລົ້ມໄວ້ກ່ອນແລ້ວມີຈຳນວນ 6 ທ່ອນ, ບໍລິມາດ 11,47ແມັດກ້ອນ ແຕ່ ບໍ່ພົບເຫັນຜູ້ກະທໍາຜິດ, ລວມໄມ້ຍາງທັງ 2 ຈຸດ ມີທັງໝົດ 13 ທ່ອນ, ບໍລິມາດ 20,62 ແມັດກ້ອນ; ຫຼັງຈາກເຈົ້າໜ້າທີ່ກວດກາປ່າໄມ້ໄດ້ຂຶ້ນບັນຊີສຳເລັດແລ້ວກໍ່ໄດ້ເຮັດບົດບັນທຶກຮ່ວມກັບອຳນວຍການ ບໍລິສັດໂອເຊໂນ ແລະອໍານາດການປົກຄອງບ້ານດົງສ້າງຫີນ, ທັງມອບໃຫ້ເຈົ້າຂອງບໍລິສັດຜູ້ສໍາປະທານເນື້ອທີ່ດິນເປັນຜູ້ປົກປັກຮັກສາໄວ້ບໍ່ໃຫ້ມີການເຄື່ອນຍ້າຍຫຼືຕົກເຮ່ຍເສຍຫາຍ.

  ສ່ວນຜູ້ກະທໍາຜິດໄດ້ກັກຕົວຝາກຂັງໄວ້ຢູ່ກອງບັນຊາການ ປກສ ເມືອງໄຊທານີ, ພ້ອມທັງຂະຫຍາຍຜົນເປົ້າໝາຍຜູ້ທີ່ມີສ່ວນຮ່ວມເຂົ້າໃນການລັກລອບຕັດໄມ້ຢູ່ໃນເຂດດັ່ງກ່າວມີຈຳນວນ 3 ຄົນຄື: ທ້າວ ກິໂລດ ອາຍຸ 30 ປີ ກໍາມະກອນຢູ່ບ້ານດົງໝາກຄາຍ, ທ້າວ ເວດ ອາຍຸ 33 ປີ ແລະທ້າວ ໜີ ອາຍຸ 30 ປີ ທັງສອງອາຊີບກໍາມະກອນຢູ່ບ້ານດອນຕີ້ວ, ພວກກ່ຽວແມ່ນມີສ່ວນຮ່ວມໃນການລັກລອບຕັດໄມ້ຢູ່ໃນເຂດດັ່ງກ່າວ. ປະຈຸບັນເຈົ້າໜ້າທີ່ປ່າໄມ້ປະຈຳນະຄ ອນຫຼວງວຽງຈັນ ໄດ້ເຮັດໜັງສືໝາຍຮຽກຄັ້ງທີ 1 ໃຫ້ພວກກ່ຽວທັງ 3 ຄົນ ເຂົ້າມາໃຫ້ການຕໍ່ເຈົ້າໜ້າທີ່ປ່າໄມ້ຕາມກໍານົດເວລາເພື່ອສືບຕໍ່ສືບສວນ-ສອບສວນ ແລະດໍາເນີນຄະດີຕາມຂະບວນການຍຸຕິທໍາ.