ຍົກລະດັບຄູຝຶກກິລາໂກນບານ ແລະທັກຄີວບາເລ່ຄົນພິການ

ໂດຍ: ເຂີຍບ້ານຫ້ອມ

   ເມື່ອວັນທີ 23 ມັງກອນຜ່ານມາທີ່ສູນການແພດຟື້ນຟູໜ້າທີ່ອົງການຄົນພິການອາຊີເພື່ອການພັດທະນາປະຈຳ ສປປ ລາວ, ຄູອາຈານຈາກໂຮງຮຽນທົ່ວນະຄອນຫຼວງວຽງຈັນ 30 ທ່ານໄດ້ຮັບການຍົກລະດັບການເປັນຄູຝຶກກີລາໂກນບານ ແລະປິ່ງປ່ອງທັກຄີວບາເລ່ຂັ້ນເລີ່ມຕົ້ນຄັ້ງທີ 1 ຂອງຄົນພິການຊຶ່ງເປັນການຮ່ວມມືກັນລະຫວ່າງອົງການຄົນພິການອາຊີເພື່ອການພັດທະນາປະຈຳ ສປປລາວ ຮ່ວມກັບພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ.

   ການຝຶກຄັ້ງນີ້ແມ່ນອົງການຄົນພິການອາຊີເພື່ອການພັດທະນາປະຈຳ ສປປ ລາວ (ເອດີດີພີ) ຮ່ວມກັບພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນຈັດພິທີປິດກອງປະຊຸມຝຶກອົບຮົມຄູຝຶກກີລາໂກນບານ ແລະປິ່ງປ່ອງທັກຄີວບາເລ່ຂັ້ນເລີ່ມຕົ້ນຄັ້ງທີ 1 ຂອງຄົນພິການ, ໂດຍເຂົ້າຮ່ວມເປັນປະທານຂອງທ່ານສົມພອນ ສອນດາລາຮອງຫົວໜ້າພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ທ່ານທາກະຊິຊະອາໄຣຜູ້ປະສານງານອົງການຄົນພິການອາຊີເພື່ອການພັດທະນາປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ຂະແໜງກິລາມວນຊົນນະຄອນຫຼວງວຽງຈັນ, ບັນດາຄູ-ອາຈານ 30 ທ່ານຈາກໂຮງຮຽນພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.

   ການຝຶກອົບຮົມດັ່ງກ່າວແມ່ນເລີ່ມຂຶ້ນລະຫວ່າງວັນທີ 21-23 ມັງກອນ 2019 ຊຶ່ງສຳມະນາກອນທັງໝົດແມ່ນຈະໄດ້ຮຽນຮູ້ທັກສະ, ລະບຽບ, ກະຕິກາ ແລະອື່ນໆຫຼິ້ນການສອນກີລາໂກນບານ ແລະປິ່ງປ່ອງທັກຄີວບາເລ່ຂັ້ນເລີ່ມຕົ້ນທັງພາກທິດສະດີ  ແລະການລົງປະຕິບັດຕົວຈິງ. ພ້ອມກັນນັ້ນ, ຍັງໄດ້ຮຽນຮູ້ການເບິ່ງແຍງຄົນພິການ ແລະຄວາມສຳຄັນຂອງການຫຼິ້ນກີລາດັ່ງກ່າວ. ເພາະ 2 ກີລາເຫຼົ່ານີ້ແມ່ນຄົນປົກກະຕິກໍສາມາດຫຼິ້ນໄດ້. ນອກຈາກນັ້ນ, ສຳມະນາກອນທີ່ເຂົ້າຮ່ວມຍັງໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ອີກດ້ວຍ.