ລາຍໄອໂອເອສ ຈຳກັດບໍ່ໃຫ້ເດັກນ້ອຍຫຼິ້ນລາຍໄດ້ງ່າຍຂຶ້ນ

   Line ເທິງ iOS ປັບລະດັບອາຍຸທີ່ເໝາະສົມເປັນ 12+ ໃຫ້ຜູ້ປົກຄອງຈຳກັດການໃຊ້ງານ ຂອງເດັກໆໄດ້ງ່າຍຂຶ້ນແຕ່ບໍ່ມີຜົນກັບ Android ແລະPC.

 ເມື່ອວັນທີ 24 ຕຸລາ 2019 ທີ່ຜ່ານມາ LINE ໄດ້ປັບລະດັບອາຍຸຜູ້ໃຊ້ທີ່ເໝາະສົມຂອງແອັບ ເທິງ iOS ໃຫ້ເປັນ 12+ ຄືເໝາະ ສຳລັບເດັກອາຍຸ 12 ປີຂຶ້ນໄປເພື່ອ ໃຫ້ພໍ່ແມ່ຜູ້ປົກຄອງສາມາດໃຊ້ຟີເຈີ Parental Control ເທິງ iOS  ກຳນົດຈຳກັດການໃຊ້ງານຂອງລູກຫຼານບໍ່ໃຫ້ລັກຫຼິ້ນ LINE ໄດ້ດ້ວຍ ການກຳນົດຈຳກັດໃຫ້ໃຊ້ໄດ້ສະເພາະແອັບສຳລັບອາຍຸ 4+ ຫຼື 9+ ປີເທົ່ານັ້ນ.

ເມື່ອຜູ້ປົກຄອງກຳນົດອາຍຸໃນ Parental Control ເປັນ 4+ ຫຼື 9+ ກໍຈະເຮັດໃຫ້ໄອຄອນແອັບ LINE  ໃນອຸປະກອນນັ້ນໆຖືກເຊື່ອງ ເອົາໄວ້ ແລະບໍ່ສາມາດເປີດໃຊ້ງານ ໄດ້ຈົນກວ່າຈະປັບໃຫ້ເປັນ  12+  ຈຶ່ງ ສາມາດກັບມາໃຊ້ງານໄດ້ຄືເກົ່າ ຊຶ່ງຄວາມປ່ຽນແປງດັ່ງກ່າວຈະເຮັດໃຫ້ຜູ້ປົກຄອງສາມາດຄວບ ຄຸມບໍ່ໃຫ້ເດັກໆລັກຫຼິ້ນ LINE ໄດ້ງ່າຍແລະສະດວກຂຶ້ນ.

ຢ່າງໃດກໍຕາມການປ່ຽນແປງ ດັ່ງກ່າວນີ້ບໍ່ມີຜົນກັບແອັບ LINE ເທິງ Android ແລະPC ແຕ່ຈະມີຜົນສະເພາະເທິງ iOS ເທົ່າ ນັ້ນ ໂດຍຈະມີຜົນຕັ້ງແຕ່ໄລຍະ ເດືອນທັນວາ 2019 ນີ້ເປັນຕົ້ນໄປ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ