ຄຳມ່ວນໃຫ້ເອກະຊົນສຳຫຼວດໂຄງການໄຟຟ້າແສງຕາວັນ

   ບໍລິສັດໄຮໜານ-ອີເດນທົວຣ໌ ຈີ ເອັມບີເຮສຈຳກັດ ໄດ້ຮັບອະນຸຍາດຈາກອຳນາດການປົກຄອງແຂວງຄຳມ່ວນເພື່ອດຳເນີນການສຶກສາສໍາຫຼວດໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນຢູ່ຂອບເຂດເສດຖະກິດສະເພາະທ່າແຂກໃນເນື້ອທີ່ລວມ 54,2 ເຮັກຕາ ທັງນີ້ຄາດວ່າຫາກການສຶກສາສຳຫຼວດມີຜົນ ທາງບວກຈະສ້າງຜົນປະໂຫຍດຫຼາຍຢ່າງໃຫ້ກັບປະຊາຊົນ ແລະປະເທດຊາດທີ່ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ.

  ເພື່ອເປັນການຢັ້ງຢືນອະນຸຍາດກໍມີພິທີເຊັນບົດບັນທຶກສັນຍາດັ່ງກ່າວຂຶ້ນທີ່ສະພາບໍລິຫານເຂດເສດຖະກິດສະເພາະທ່າແຂກ ແຂວງຄຳມ່ວນ ໃນວັນທີ 25 ມັງກອນ 2019 ລະຫວ່າງທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນຕາງໜ້າໃຫ້ແກ່ຝ່າຍລັດຖະບານກັບທ່ານ ພະຄະພົນ ບຸດສິງ ຜູ້ອຳນວຍການບໍລິສັດໄຮໜານເຊັນຫຼິນອິນດັສຕຣີ/ອີເດນທົວຣ໌ ຈີ ເອັມບີເຮສຈຳກັດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງ ຝ່າຍ  

  ຕາມຂໍ້ມູນການເປີດເຜີຍຈາກພະນັກງານກ່ຽວຂ້ອງຂອງແຂວງຄຳມ່ວນຮູ້ວ່າ: ໂຄງການນີ້ຄາດວ່າຈະມີມູນຄ່າການລົງທຶນທັງໝົດ 45 ລ້ານໂດລາສະຫະລັດ ແລະມີອາຍຸການສຳປະທານ 50 ປີ ເຊິ່ງຈະແບ່ງອອກເປັນ 3 ໄລຍະຄື: ໄລຍະກະກຽມສຳຫຼວດ ແລະ ສ້າງເອກະສານຕ່າງໆເຊັ່ນ: ການສ້າງແຜນຜັງ, ແຜນແມ່ບົດພັດທະນາລວມຂອງໂຄງການ, ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມ, ໄລຍະກໍ່ສ້າງລະບົບເສັ້ນ ທາງຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ຮ່ອງລະບາຍນ້ຳ, ລະບົບໂທລະຄົມມະນາຄົມ ແລະສິ່ງເອື້ອອຳນວຍຄວາມສະດວກຕ່າງໆ ແລະໄລຍະດຳເນີນການກໍ່ສ້າງຕາມທີ່ໄດ້ລະບຸໄວ້ຕາມສັນຍາ.

  ໂຄງການດັ່ງກ່າວເປັນການລົງທຶນຂອງຕ່າງປະເທດ 100% ໂດຍແມ່ນນັກລົງທຶນຈາກ ສປ ຈີນ ເປັນຜູ້ລົງທຶນໂດຍສັນຍາພັດທະນາໂຄງການແມ່ນຄວາມເຂົ້າໃຈຂອງສອງຝ່າຍຄື: ຝ່າຍຜູ້ລົງທຶນ ແລະ ຝ່າຍລັດແມ່ນມີຄວາມເປັນເອກະພາບກັນດ້ານສັນຍາຄື: ຝ່າຍລັດເຫັນພ້ອມ ແລະສະໜັບສະໜູນກັບຈຸດປະ ສົງຂອງຝ່າຍບໍລິສັດໃນການພັດທະນາສຳປະທານດິນເພື່ອລົງທຶນກໍ່ສ້າງໂຮງງານຜະລິດໄຟຟ້າແສງຕາເວັນທີ່ໄດ້ຮັບອະນຸຍາດພາຍໃຕ້ກົດໝາຍແຫ່ງ ສປປ ລາວ,ສ່ວນຝ່າຍບໍລິສັດສາມາດດຳເນີນການສຳຫຼວດ,ຄົ້ນຄວ້າວິໄຈເບິ່ງບັນຫາເງື່ອນໄຂຢ່າງຮອບດ້ານກ່ຽວກັບການພັດທະນາດິນໂດຍໃຫ້ສອດຄ່ອງກັບຈຸດປະ ສົງໃນການນຳໃຊ້ດິນ ແລະຝ່າຍບໍລິສັດຕົກລົງສະໜອງແຫຼ່ງທຶນຈຳນວນ 5,42 ແສນໂດລາສະຫະລັດໃຫ້ກັບຝ່າຍລັດເພື່ອນຳໃຊ້ເປັນຄ່າຊົດເຊີຍທີ່ດິນໃຫ້ປະ ຊາຊົນ, ນຳໃຊ້ໃນການແກ້ໄຂຜົນກະທົບ, ການລົງກວດ, ວັດແທກ ແລະຈັດສັນເຂດດິນສຳປະທານເພື່ອເຮັດໃຫ້ດິນສຳປະທານໄດ້ມາເປັນກຳມະສິດຂອງລັດແລ້ວລັດຈະມອບໃຫ້ຝ່າຍ ຜູ້ລົງທຶນສຳປະທານຕາມສັນຍາ ແລະ ຝ່າຍບໍລິສັດເຫັນດີມອບເງິນຈຳນວນ 99 ພັນໂດລາສະຫະລັດໃຫ້ແກ່ຝ່າຍລັດໃນມື້ລົງນາມເຊັນສັນຍາ ແລະສ່ວນທີ່ເຫຼືອ 4,43 ແສນໂດລາສະຫະລັດແມ່ນຈະຈ່າຍໃຫ້ສຳເລັດພາຍໃນກຳນົດ 60 ວັນຫຼັງຈາກມື້ເຊັນສັນຍາເປັນຕົ້ນໄປ.