ເບຍລາວມອບທຶນການສຶກສາໃຫ້ ມຂ ແລະວິທະຍາໄລຄູສະຫວັນນະເຂດ

  ທ້າຍອາທິດຜ່ານມານີ້ທີ່ສະໂມສອນວິທະຍາໄລຄູສະຫວັນນະເຂດ, ບໍລິສັດເບຍລາວໄດ້ຈັດພິທີມອບ-ຮັບທຶນການສຶກສາໃຫ້ແກ່ນັກສຶກສາມະຫາວິທະຍາໄລສະຫວັນນະເຂດ (ມຂ) ແລະວິທະຍາໄລຄູສະຫວັນນະເຂດໃຫ້ກຽດເປັນປະທານໃນພິທີ ໂດຍທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍານັກສຶກສາເພື່ອສັງຄົມ ແລະຄວາມຍືນຍົງບໍລິສັດເບຍລາວ, ທ່ານ ວົງເພັດ ພັນທະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະ ສະຫວັດດີການພະນັກງານບໍລິສັດເບຍລາວ, ທ່ານ ລັດສະໝີ ພະໄຊ ສີ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ,ທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ, ບັນດາຄູ-ອາຈານ, ນັກສຶກສາຈາກສອງສະຖາບັນ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທ່ານ ວົງເພັດ ພັນທະວົງ ກໍ່ໄດ້ລາຍງານກ່ຽວກັບກອງທຶນທີ່ມອບໃນຄັ້ງນີ້ໃຫ້ຮູ້ວ່າ: ມຂ ແລະວິທະຍາໄລຄູສະຫວັນນະເຂດແມ່ນນອນໃນ 7 ສະຖາ ບັນການສຶກສາທົ່ວປະເທດທີ່ບໍລິສັດເບຍລາວໄດ້ ໃຫ້ການຊ່ວຍເຫຼືອມອບທຶນການສຶກສາໃຫ້ຊຶ່ງໃນປີນີ້ມີບໍລິສັດເບຍລາວຈະມອບທຶນການສຶກສາໃຫ້  2 ສະຖາບັນນີ້ລວມທັງໝົດ 65 ທຶນ,ໃນນີ້ ມຂ ມີຈໍານວນ 45 ທຶນມູນຄ່າ 131,5 ລ້ານກີບ ແລະວິທະຍາໄລຄູຈໍານວນ 20 ທຶນ, ມູນຄ່າ 64 ລ້ານ.

ສະໜັບສະໜຸນໂດຍ: HONDA

 ຈາກນັ້ນ, ທ່ານ ວົງເພັດ ພັນທະວົງ ກໍ່່ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບທຶນໃນຄັ້ງນີ້ຈົ່ງພ້ອມໃຈຮັກສາມູນເຊື້ອທີ່ດີນີ້ໄວ້ໃຫ້ສະເໝີຕົ້ນສະເໝີປາຍ, ປະຕິບັດ 5 ຫຼັກ ມູນການສຶກສາ, ບໍ່ປະລະການຮຽນທັງນີ້ກໍ່ເພື່ອຫຼີກລ່ຽງການຖືກຖອດຖອນທຶນເພາະຄົນທີ່ໄດ້ຮັບທຶນໃນຄັ້ງນີ້ບໍ່ແມ່ນວ່າອາໄສໂຊກລາບແຕ່ເປັນຍ້ອນຕົວຂອງນັກສຶກສາເອງທີ່ປະ ຕິບັດລະບຽບວິໄນ ແລະຕັ້ງໃຈສຶກສາຮໍ່າຮຽນຈຶ່ງກົງກັບເກນມາດຖານເງື່ອນໄຂທີ່ທາງບໍລິສັດໄດ້ວາງໄວ້.

---------------

 ໜັງສືພິມເສດຖະກິດ-ສັງຄຸົມ