ມອບ 6 ພັນລ້ານກວ່າກີບ ແກ່ຄອບຄົວຜູ້ເສຍຊີວິດຈາກເຫດຄູກັນນ້ຳເຂື່ອນແຕກທີ່ສະໜາມໄຊ

  ເນື່ອງໃນໂອກາດທີ່ ແຂວງອັດຕະປື ແລະທຸກພາກສ່ວນໃນທົ່ວປະເທດໄດ້ຮ່ວມພະລັງໃຈກັນຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດສ່ວນກຸສົນໃຫ້ດວງວິນຍານຜູ້ເສຍຊີວິດຈາກອຸບັດເຫດເຂື່ອນແຕກທີ່ເມືອງສະໜາມໄຊ ບໍລິສັດຜູ້ຮັບຜິດຊອບໃນເຫດການອຸບັດເຫດຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ກໍ່ໄດ້ນຳເອົາເງິນຊົດເຊີຍຈຳນວນ 6.035 ລ້ານກີບ ມອບໃຫ້ແກ່ຍາດ ແລະຄອບຄົວຜູ້ເສຍຊີວິດຢ່າງເປັນທາງການມາໃນວັນທີ 26 ມັງກອນຜ່ານມາ.

  ເງິນຊົດເຊີຍໃນຄັ້ງນີ້ແມ່ນເປັນການປະກອບສ່ວນຊ່ວຍເຫຼືອອັນມະຫາສານເຂົ້າໃນການຊ່ວຍເຫຼືອບັນເທົາທຸກຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບເຄາະຮ້າຍຈາກເຫດການຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາລວມມີຈຳນວນ 6 ບ້ານທີ່ໄດ້ຮັບຜົນກະທົບໜັກລວມຜູ້ເສຍຊີວິດ 71 ຄົນ, ມີຈຳນວນ 51 ຄອບຄົວໃນນີ້ບ້ານໃໝ່ຄອບຄົວຜູ້ເສຍຊີວິດມີ 10 ຄອບຄົວລວມຜູ້ເສຍຊີວິດ 11 ຄົນ, ບ້ານທ່າຫີນຄອບຄົວຜູ້ເສຍຊີວິດມີ 6 ຄອບຄົວ

  ລວມຜູ້ເສຍຊີວິດ 8 ຄົນ, ບ້ານສະໝອງຄອບຄົວຜູ້ເສຍຊີວິດມີ 1 ຄອບຄົວ ລວມຜູ້ເສຍຊີວິດ 1 ຄົນ, ບ້ານຫີນລາດມີຄອບຄົວຜູ້ເສຍຊີວິດ 20 ຄອບ ຄົວລວມຜູ້ເສຍຊີວິດ31 ຄົນ, ບ້ານທ່າແສງຈັນມີຄອບຄົວຜູ້ເສຍຊີວິດ 12 ຄອບຄົວລວມຜູ້ເສຍຊີວິດ 18 ຄົນ ແລະ ບ້ານແທມີຄອບຄົວຜູ້ເສຍຊີວິດ 2 ຄອບຄົວລວມຜູ້ເສຍຊີວິດ 2 ຄົນໃນຄອບຄົວຍາດຜູ້ເສຍຊີວິດໄດ້ຮັບເງິນຊົດເຊີຍຈຳນວນ 10.000 ໂດລາ ຫຼື ເທົ່າກັບ 85 ລ້ານກີບ ລວມຈຳນວນເງິນທັງ ໝົດທີ່ມາມອບຕາມຈຳນວນຜູ້ເສຍຊີວິດ ແລະສູນຫາຍທີ່ລັດຖະບານຮັບຮອງ 71 ຄົນ ແມ່ນ 6.035  ລ້ານກີບ ແລະ ໃນຕໍ່ໜ້າຖ້າຫາກພົບເຫັນຜູ້ເສຍຊີ ວິດຕື່ມບໍລິສັດກໍ່ສ້າງຕ້ອງສືບຕໍ່ຮັບຜິດຊອບຊົດເຊີຍຕື່ມອີກ.

  ຕາງໜ້າມອບໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານ ເລັດໄຊ ຍະພອນ ເຈົ້າແຂວງອັດຕະປື, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ພ້ອມນີ້ກໍມີການນໍາຂອງແຂວງ, ເຈົ້າເມືອງ ເເລະ ຕາງໜ້າເຈົ້າຂອງໂຄງການກໍ່ສ້າງກໍ່ໄດ້ຮ່ວມມອບ-ຮັບນຳດ້ວຍ.