ເປີດໂຕໂມງອັດສະລິຍະມີໜ້າຈໍໂມໂນໂຄຣມ ບອກສະຖານະ

  Fossil ໄດ້ເປີດໂຕ Hybrid Smartwatch HR ຫຼື ໂມງແຂນອັດສະລິຍະສາຍພັນປະສົມລະຫວ່າງລະບົບເຂັມບອກເວລາແບບຄລາສສິກເຂົ້າກັບໜ້າປັດວົງກົມທີ່ເປັນຈໍໂມໂນໂຄຣມສະແດງສະຖານະຕ່າງໆຢູ່ຕະຫຼອດເວລາປະກອບດ້ວຍການຕິດຕາມກິດຈະກຳອອກກຳລັງກາຍຂໍ້ມູນສະພາບອາກາດ ແລະ ການແຈ້ງເຕືອນຈາກແອັບໃນລາຄາເລີ່ມຕົ້ນ 195 ໂດລາສະຫະລັດຊຶ່ງວາງຂາຍແລ້ວໃນຕອນນີ້ ແລະມີຄຸນສົມບັດທີ່ທ້າໃຫ້ລອງດັ່ງນີ້:

    - ການຕິດຕາມກິດຈະກຳ: ຝັງລະບົບຕິດຕາມການອອກກຳລັງກາຍໄວ້ພາຍໃນຕິດຕາມການເຄື່ອນໄຫວທຸກກ້າວທີ່ເຄື່ອນທີ່ໄປໄລຍະທາງ ແລະ ແຄລໍຣີທີ່ຖືກເຜົາ  ຜານໄປ.

    - ການແຈ້ງເຕືອນ: ຂໍ້ຄວາມ/ ອີເມລ/ໂຊຊຽລມີເດຍ/ App Alerts ການແຈ້ງເຕືອນຈາກແອັບທີ່ໄດ້ ເຊື່ອມຕໍ່ໄວ້ -Multiple Time Zones ອັບເດດ    ເວລາໄດ້ໃນທຸກພື້ນທີ່ທົ່ວໂລກ/ໂມງປຸກ Calen dar Alerts ແຈ້ງເຕືອນນັດໝາຍແລະເຫດການສຳຄັນໃນປະຕິທິນ.

    - ຟັງຊັນ: ຕິດຕາມການເຕັ້ນ ຂອງຫົວໃຈ/ CustomizableButtons ປຸ່ມຄວບຄຸມການທຳ ງານຕ່າງໆ/ ການແຈ້ງເຕືອນ/ ປັບແຕ່ງໜ້າປັດແບບ        ສ່ວນຕົວ/ຄວບຄຸມເພງເທິງສະມາດໂຟນ/ຕິດຕາມ ກິດຈະກຳ/ປ່ຽນສາຍໂມງໄດ.້

    - ນອກຈາກນີ້ຍັງສາມາດລົມ ໂທລະສັບຜ່ານສະມາດໂຟນ ແລະ ໃຊ້ພະລັງງານແບັດເຕີຣີ 55mAh ສາກແບັດເຕີຣີ 80 %ໃນເວລາ 1 ຊົ່ວໂມງຫາກສາກເຕັມແບັດຈະຢູ່ ໄດ້ດົນ 2 ອາທິດ ແຕ່ບໍ່ມີ GPS ຫຼື ສະໜັບສະໜູນ Google Pay.

-----------------

 ໜັງສືພິມເສດຖະກິດ-ສັງຄົມ