ຝຶກອົບຮົມໃຫ້ກໍາມະການຕັດສິນບານເຕະ

  ວັນທີ 20-21 ພະຈິກ 2019 ພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ (ນວ) ຮ່ວມກັບສະຫະພັນບານເຕະ ນວ ຈັດຝຶກອົບຮົມຍົກລະດັບຄວາມສາມາດໃຫ້ແກ່ກໍາມະ ການຕັດສິນກີລາບານເຕະລະດັບ C (ຂັ້ນພື້ນຖານ) ໂດຍມີທ່ານ ສົມພອນ ສອນດາລາ ຮອງຫົວ ໜ້າພະແນກສຶກສາທິການ ແລະ ກີລາ ນວ, ທ່ານ ກອງແກ້ວ ແຫ່ງ ດາວົງໄຊ ຫົວໜ້າຂະແໜງກີລາ ລະດັບສູງພະແນກສຶກສາທິການ ແລະກີລາ ນວ, ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະ ນວ ພ້ອມດ້ວຍນັກວິທະຍາກອນທີ່ມາຈາກສະຫະພັນບານເຕະແຫ່ງຊາດລາວ ແລະນັກສໍາມະນາກອນທີ່ມາຈາກບັນດາ ຫ້ອງການສຶກສາທິການ ແລະກີລາເມືອງ, ເດີ່ນກີລາບານເຕະອ້ອມຂ້າງ ນວ ເຂົ້າຮ່ວມ.

  ທ່ານ ກອງແກ້ວ ແຫ່ງດາວົງໄຊ ກ່າວວ່າ:ການຈັດອົບຮົມຄັ້ງນີ້ກໍເພື່ອເຮັດໃຫ້ກໍາມະການຕັດສິນບານເຕະຂັ້ນ ນວ ໄດ້ຮັບຮູ້ກົດກະຕິກາໃໝ່ໃຫ້ທັນກັບສະພາບການເຄື່ອນໄຫວຈັດການແຂ່ງຂັນກີລາບານເຕະພາຍໃນ ນວ ກໍຄືພາຍໃນປະເທດເພື່ອຈັດຕັ້ງປະຕິບັດເປັນອັນດຽວກັນທັງເປັນການຍົກລະດັບຄວາມຮູ້ໃໝ່ມີການພັດທະນາຂຶ້ນເລື້ອຍໆໃຫ້ທັນກັບສະພາບ ການແຂ່ງຂັນເຕະບານຂອງໂລກກໍຄືການແຂ່ງຂັນພາຍໃນອາຊີ.

ໂອກາດນີ້ທ່ານ ສົມພອນ ສອນດາລາ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບຈັດຝຶກອົບຮົມ ຄັ້ງນີ້ທັງເປັນການສ້າງຂະບວນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 44 ປີ ໂດຍສະເພາະ ເປັນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງນະຄອນຫຼວງວຽງຈັນ ຊຶ່ງວຽກງານກີລາບານເຕະກໍເປັນວຽກໜຶ່ງທີ່ສໍາຄັນເພາະວ່າກະຕິກາ ການຕັດສິນໄດ້ມີການຜັນແປໄປຕາມໄລຍະສະນັ້ນເພື່ອເຮັດແນວ ໃດໃຫ້ການພັດທະນາກີລາບານ ເຕະ ນວ ໃຫ້ມີຄວາມເຂັ້ມແຂງ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງນັກສໍາມະນາກອນຈົ່ງໄດ້ເອົາໃຈໃສ່ໃນ ການຮຽນຮູ້ເພື່ອນໍາເອົາບົດຮຽນຄັ້ງນີ້ໄປນໍາໃຊ້ ແລະພັດທະນາກີລາ ໃນທ້ອງຖິ່ນຕົນເອງໃຫ້ເກີດປະ ໂຫຍດ.

--------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ