ຂະແໜງກະສິກຳ ຕ້ອງການງົບ 352 ຕື້ກີບສະໜອງການຜະລິດ

 ເພື່ອເຮັດໃຫ້ການຜະລິດກະສິກໍາສົກປີ 2019-2020 ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ, ສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ ແລະ ສູ້ຊົນຜະ ລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ, ກະຊວງກະສິກໍາ ແລະ ປ່າໄມ້ມີຄວາມຕ້ອງການງົບປະມານລວມທັງໝົດ 352,6 ຕື້ ກີບ ເຂົ້າໃນການສ້ອມແປງຊົນ ລະປະທານ, ຈັດຊື້ແນວພັນພືດ-ສັດ, ອຸປະກອນ, ຢາປາບສັດຕູພືດ ແລະ ປັດໄຈອື່ນໆ. 

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສະເໜີລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດເທື່ອທີ VIII ໃຫ້ຮູ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນກະສິກໍາ ແລະ ປ່າໄມ້ສົກປີ 2019-2020 ໃຫ້ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ ໃນ ນັ້ນ ຂະແໜງປູກຝັງບໍ່ໃຫ້ຫຼຸດ 2,6%, ລ້ຽງສັດບໍ່ໃຫ້ຫຼຸດ 3,5% ແລະການປະມົງບໍ່ໃຫ້ຫຼຸດ 3%; ພ້ອມນີ້ ຍັງວາງຄາດໝາຍສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ ໂດຍຈະສຸມໃສ່ການຜະ ລິດເຂົ້ານາແຊງໃຫ້ໄດ້ 90 ພັນ ເຮັກຕາ ແລະນາປີໃຫ້ໄດ້ 7,50 ແສນເຮັກຕາ, ນອກນີ້ຍັງຈະສູ້ຊົນຜະລິດກະສິກໍາ ແລະ

ປ່າໄມ້ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ, ດັ່ງນັ້ນເພື່ອບັນລຸຄາດໝາຍດັ່ງກ່າວກະຊວງກະສິກໍາ ແລະປ່າໄມ້ມີຄວາມຕ້ອງການງົບປະມານລວມທັງ ໝົດ 352,6 ຕື້ກີບ ໃນນີ້ສະໜອງໃຫ້ແກ່ການຟື້ນຟູສ້ອມແປງຊົນລະປະທານ 238 ໂຄງການຈໍານວນ 84,9 ຕື້ກີບ, ສະໜອງໃຫ້ແກ່ການຜະລິດລະດູແລ້ງ 201 9 ແລະ ລະດູຝົນ 2020 ຈໍານວນ 220,9 ຕື້ກີບ ແລະ ຄວາມຕ້ອງການທີ່ຈໍາເປັນຈໍານວນໜຶ່ງ ເປັນຕົ້ນແມ່ນແນວພັນເຂົ້າ ແລະ ພືດ, ແນວພັນສັດ, ອຸປະກອນ, ຢາວັກ ຊິນ, ຢາປາບສັດຕູພືດ ແລະ ປັດໄຈອື່ນໆຈໍານວນ 46,7 ຕື້ກີບ.

ສະໜັບສະໜຸນໂດຍ: HONDA

  ທັງໝົດນີ້ກໍເພື່ອສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ການຜະລິດກະສິກໍາເປັນສິນຄ້າ, ຟື້ນຟູຊີວິດການເປັນຢູ່, ຟື້ນຟູເສດຖະກິດກະສິກໍາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະເທດໃຫ້ກັບຄືນສູ່ສະພາບປົກກະຕິ.

--------------- 

ຂຽນໂດຍກິ່ງລັດຕະນະ 
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511