ໜ່ວຍພັກ ປກຊ-ປກສ ຊຽງຂວາງສຳເລັດກອງປະຊຸມໃຫຍ່ ຄັ້ງທີ II

  ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງໄດ້ຈັດຂຶ້ນໃນວັນ ທີ 15 ພະຈິກ 2019 ຢູ່ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນ ລົດ ຄຳແພງພັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສະຫາຍ ພັນເອກ ບົວລະ ພັນ ສຸວັນນະແພງ ເລຂາໜ່ວຍພັກຫົວໜ້າຫ້ອງການ ປກຊ-ປກສ, ມີຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍ ແລະ ແຂກຖືກເຊີນຈາກບັນດາໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

ຄະນະພັກໄດ້ຜັດປ່ຽນກັນຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຫ້ອງການ ປກຊ-ປກສ, ຄຳເຫັນເປີດກອງປະຊຸມ ແລະ ບົດລາຍງານການເມືອງໄລ ຍະປີ 2014-2019 ຜ່ານມາ ແລະທິດທາງແຜນການປີ 2019-2023, ບົດສຳຫຼວດການນຳພາຂອງຄະນະພັກ, ກອງປະຊຸມໄດ້ດຳເນີນໄປຕາມວາລະຕາມລະບຽບຂອງພັກ, ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດ ເລືອກເອົາຄະນະພັກຊຸດໃໝ່ຜ່ານການຄັດເລືອກສະຫາຍ ພັນເອກ ບົວລະພັນ ສຸວັນນະແພງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ຄຳສີ້ວ ພິມມະນີສອນ ເປັນຮອງເລຂາ ແລະ ທັງເປັນປະທານກວດກາ, ສະຫາຍ ພັນໂທ ຈັນສຸກ ດາວປະ ພັນ ເປັນຮອງປະທານກວດກາ.

 ກອງປະຊຸມດັ່ງກ່າວສະຫາຍ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງກໍ່ມີຄຳຄິດເຫັນໂອ້ລົມໂດຍເນັ້ນໃຫ້ເອົາໃຈໃສ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງຕົນເພື່ອໃຫ້ມີປະສິດທິຜົນດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ສ້າງບ້ານປ້ອງກັນຄວາມສະຫງົບດີ, ມີສະຕິຕື່ນຕົວທຸກເວລາ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າສັງລວມແຫຼ່ງຂ່າວຂໍ້ມູນຕ່າງໆໃຫ້ລະອຽດ, ຊ່ວຍກອງບັນຊາການ ປກຊ -ປກສ ແລະຢູ່ຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງການເມືອງ, ສືບຕໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນ.

__________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511